ບັນດາຜູ້ອອກສະໝັກຮັບ ເລືອກຕັ້ງຢູ່ອາເມລິກາ ແບ່ງຄະແນນໃນການ ເລືອກຕັ້ງມື້ທີສາມ
ທ່ານ Mitt Romney ຂຶ້ນກັບພັກສາທາລະນະລັດ
ພາບປະກອບຈາກ internet
(vovworld) - ຈຳນວນບັດເລືອກຕັ້ງສ່ວນຫລາຍໄດ້ຮັບການນັບບັດໃນ 10 ລັດຂອງ ອາເມລິກາ ເຂົ້າຮ່ວມມື້ເລືອກຕັ້ງສຳຄັນທີ 3 ຂອງພັກສາທາລະນະລັດ. ເຖິງຢ່າງໃດກໍຕາມ ບໍ່ມີຜູ້ອອກສະໝັກຮັບເລືອກຕັ້ງທ່ານໃດຍາດໄດ້ໄຊຊະນະຂາດຂັ້ນ ແລະ ຍອມຮັບພ້ອມກັນແບ່ງຄະແນນ. ທ່ານ Mitt Romney ຍາດໄຊຊະນະຢູ່ລັດ Massachusetts ດ້ວຍອັດຕາບັດສະຫນັບສະຫນູນເຖິງ 72% ສູງຂຶ້ນທົບ 6 ເທົ່າເມື່ອທຽບກັບທ່ານ Santorum ຜູ້ພວມຢືນອັນດັບທີ 2 ແລະ ທົບ 14 ເທື່ອເມື່ອທຽບກັບທ່ານ Ron Paul ຜູ້ອອກສະໝັກຮັບເລືອກຕັ້ງສຸດທ້າຍ. ທ່ານ Romney ກໍຍາດໄຊຊະນະຢູບັນດາລັດ Virginia, Vermont, Idaho ແລະ ປາດຖະຫນາວ່າ ຈະສືບຕໍ່ໄດ້ຮັບການສະຫນັບສະຫນູນຈາກບັນດາຜູ້ມີສິດເລືອກຕັ້ງຢູ່ລັດອື່ນ ເພື່ອວ່າພາຍຫລັງມື້ເລືືອກຕັ້ງທີ 3 ນີ້ທ່ານຈະກາຍເປັນຜູ້ອອກສະໝັກຮັບເລືອກຕັ້ງຫນຶ່ງດຽວຂອງພັກສາທາລະນະລັດ ເພື່ອແຂ່ງຂັນກັບປະທານາທິບໍດີ Obama ໃນເດືອນ 11 ຈະມາເຖິງ.