ບັນ​ດາ​ຜູ້​ຮ​ັບສະ​ໝັກ​ເລືອກ​ຕັ້ງ​ປະ​ຕິ​ບັດ​ການ​ຂົນ​ຂວາຍຫາ​ສຽງ​ເລືອກ​ຕັ້ງ​ຢ່າງ​ຮີບ​ດ່ວນ​ກ່ອນ​ທີ່​ດຳ​ເນີນ​ການ​ເລ​ືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ​

(VOVWORLD) - ອິນໂດເນເຊຍ ຈະຈັດຕັ້ງທັງການປ່ອນບັດເລືອກຕັ້ງອົງການນິຕິບັນຍັດ ແລະ ປະທານາທິບໍດີ ໃນວັນທີ 17 ເມສາ ໃນທົ່ວປະເທດ.
 ບັນ​ດາ​ຜູ້​ຮ​ັບສະ​ໝັກ​ເລືອກ​ຕັ້ງ​ປະ​ຕິ​ບັດ​ການ​ຂົນ​ຂວາຍຫາ​ສຽງ​ເລືອກ​ຕັ້ງ​ຢ່າງ​ຮີບ​ດ່ວນ​ກ່ອນ​ທີ່​ດຳ​ເນີນ​ການ​ເລ​ືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ​ - ảnh 1 ທ່ານ Prabowa Subianto ແລະ ທ່ານ Sandiaga Uno (ພາບ:  thejakartapost.com)

ວັນທີ 7 ເມສາ, ຄູ່ຮ່ວມຮັບສະໝັກເລືອກຕັ້ງ ປະທານາທິບໍດີ ແລະ ຮອງ ປະທານາທິບໍດີຜູ້ທີ 2 ຂອງ ອິນໂດເນເຊຍ ລວມມີ: ທ່ານ Prabowa Subianto ປະທານພັກຂະບວນການ ອິນໂດເນເຊຍທີ່ຍິ່ງໃຫຍ່, ແລະ ທ່ານ Sandiaga Uno ເປັນນັກທຸລະກິດໃຫຍ່ ໄດ້ຈັດຕັ້ງພິທີ ຂົນຂວາຍຫາສຽງເລືອກຕັ້ງຄັ້ງໃຫຍ່ທີ່ສຸດຢູ່ ນະຄອນຫຼວງ ຈາກາຕາ ປະເທດ ອິນໂດເນເຊຍ, ດ້ວຍການເຂົ້າຮ່ວມຂອງປະຊາຊົນ 1 ລ້ານຄົນ. ໃນບົດກ່າວປາໄສຂອງຕົນ, ທ່ານ Prabowa Subianto ຜູ້ຮັບສະໝັກເລືອກຕັ້ງ ດຳລົງຕຳແໜ່ງ ປະທານາທິບໍດີ ອິນໂດເນເຊຍ ໄດ້ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະຊາຊົນ ອິນໂດເນເຊຍ ຖ້າວ່າໄດ້ຮັບໄຊຊະນະໃນການປ່ອນບັດເລືອກຕັ້ງປະທານາທິບໍດີ ປີ 2019, ທ່ານກໍ່ຢ້ຳຄືນຄຳໝັ້ນສັນຍາວ່າຖ້າຫາກໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ອິນໂດເນເຊຍ ຄົນໃໝ່ ທ່ານຈະສ້າງຕັ້ງລັດຖະບານທີ່ບໍ່ມີການສໍ້ລາດບັງຫຼວງ.

ອິນໂດເນເຊຍ ຈະຈັດຕັ້ງທັງການປ່ອນບັດເລືອກຕັ້ງອົງການນິຕິບັນຍັດ ແລະ ປະທານາທິບໍດີ ໃນວັນທີ 17 ເມສາ ໃນທົ່ວປະເທດ. ທ່ານ Joko Widodo ຜູ້ພວມດຳລົງຕຳແໜ່ງເປັນປະທານາທິບໍດີ ອິນໂດເນເຊຍ ຈະເຂົ້າຮ່ວມການປ່ອນບັດເລືອກຕັ້ງພ້ອມກັບທ່ານ Maruf Aminເຊິ່ງເປັນຄູ່ຮ່ວມສະໝັກຮັບເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ