ບັນດາຝ່າຍຄ້ານຊີຣີພ້ອມແລ້ວທີ່ຈະເຂົ້າຮ່ວມການເຈລະຈາ

ບັນດາຝ່າຍຄ້ານຊີຣີພ້ອມແລ້ວທີ່ຈະເຂົ້າຮ່ວມການເຈລະຈາ - ảnh 1
(ພາບ​ປະ​ກອ​ບ: vietbao)

(vovworld) - ພາຍ​ຫຼັງ​​ດຳ​ເນີນ​ກອງ​ປ​ະ​ຊຸມ​ຢູ່​ນະ​ຄອນ​ຫຼວງ Riyadh (ຊາ​ອຸ​ດີ​ອາ​ຣາ​ເບຍ) 2 ວັນ, ​ວັນ​ທີ 10/12, ຜູ້​ຕາງ​ໜ້າ​ບັນ​ດາ​ຝ່າຍ​ຄ້ານ ແລະ ກຳ​ລັງ​ລຸກ​ຮື້​ຂຶ້ນ​ຊີ​ຮີ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ, ໃນ​ນັ້ນ​ເຫັນ​ດີ​ຈະ​ສ້າງ​ຕັ້ງ​ຄະ​ນະ​ຜູ້​ແທນ​ຮ່ວມ​ເພື່ອ​ດຳ​ເນີນ​ການ​ເຈ​ລະ​ຈາ​ກັບ​ລັດ​ຖະ​ບານ​ຊີ​ຣີ ບົນ​ພື້ນ​ຖານ​ຖະ​ແຫຼງ​ການ​ຮ່ວມ​ເຊີ​ແນວ ທີ່​ບັນ​ລຸ​ໄດ້​ເມື່ອ​ວັນ​ທີ 30/06/2012. ຖະ​ແຫຼງ​ການ​ສຸດ​ທ້າຍ​ຂອງກອງ​ປະ​ຊຸມ​ບັນ​ດາຝ່າຍ​ຄ້ານຊີ​ຣີ ຮຽກ​ຮ້ອງ ນຳ​ຊີ​ຣີ ກາຍ​ເປັນ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ, ພ້ອ​ມ​ທັງ​ເນັ້ນ​ໜັກ​ວ່າ ປະ​ທາ​ນາ​ທ​ິ​ບໍ​ດີ Bashar al Assad ຕ້ອງ​ລາ​ອອກ​ຈ​າກ​ຕຳ​ແໜ່ງ​ໃນ​​ເວ​ລາເລີ່ມ​ຕົ້ນ​ວິ​ວັດ​ການ​ຂ້າມ​ຜ່ານ. ຖະ​ແຫຼງ​ການ​ກໍ​ຊີ້​ແຈ້ງວ່າ ​ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຢູ່ Riyadh ສະ​ໜັບ​ສະ​ໜູນ “ກົນ​ໄກ​ປະ​ຊາ​ທິ​ປະ​ໄຕ ຜ່ານ​ອຳ​ນາດ​ການ​ປົກ​ຄອງ​​ທີ່ຕາງ​ໜ້າ​​ໃຫ້ທຸກ​ໆ​ພາກ​ສ່ວນ​ຂ​ອງ​ປະ​ຊາ​ຊົນ​ຊີ​ຣີ”, ​ໂດຍບໍ່​ຈຳ​ແນກ​ສາ​ສະ​ໜາ, ພັກ​ຝ່າຍ ຫຼື ເຊື້ອ​ຊາດຜິວ​ພັນ.

ຂ່າວ/ບົດ​ອື່ນ