ບັນດາຝ່າຍປະທະກັນຢູ່ລີບີເຊື່ອມຕໍ່ການເຈລະຈາຢູ່ອານເຊຣີ

ບັນດາຝ່າຍປະທະກັນຢູ່ລີບີເຊື່ອມຕໍ່ການເຈລະຈາຢູ່ອານເຊຣີ - ảnh 1
(ພາບປະກອບ: THX/TTXVN)

​(vovworld) - ວັນ​ທີ 03/06, ຢູ່​ນະຄ​ອນຫຼວງ​ Algiers ຂອງອາ​ນເຊຣີ, ບັນດາ​ຝ່າຍ​ປະ​ທະ​ກັນ​ຢູ່​ລີ​ບີ ​ໄດ້​ເລີ່​ມຕົ້ນຮອບ​ເຈລະຈາ​ຄັ້ງ​ທີ 3 ພາຍ​ໃຕ້​ການ​ສະໜັບ​ສະ​ໜູນ​ຂອງ​ສະຫະ​ປະຊາ​ຊາດ ​ເພື່ອ​​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ດ້ານ​ການ​ເມືອງ ​ເພື່ອແກ້​ໄຂ​ວິ​ກິດ​ການ​ຢູ່​ປະ​ເທດ​ອາ​ຟະ​ລິ​ກາ​ເໜືອ​ນີ້. ພິທີ​ເປີດ​ໄດ້​ດຳ​​ເນີນ​​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ລັດຖະມົນຕີວ່າການ​​ຮັບຜິດຊອບ​ບັນດາ​ບັນ​ຫາ Maghreb ​ແລະ ອາ​ຟະ​ລິ​ກາ ຂອງອານ​ເຊຣີ Abdelkader Mesahel, ພ​້ອມກັບ​ທູດ​ພິ​ເສດ​ຂອງ​ທ່ານ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ລີບີ Bernardino Leon. ຮອບ​ເຈລະຈາ​ຄັ້ງ​ນີ້​ ນອນ​​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ອານ​ເຊຣີ ​​ເພື່ອແນ​​ໃສ່​ເຕົ້າ​ໂຮມ​ຝ່າຍ​ປະ​ທະ​ກັນ​ຕ່າງໆ​ຢູ່​ລີບີ ​​ເຂົ້າ​ຮ່ວມ​ການເຈລະຈາ​ນຳ​ກັນ ​ເພື່ອ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ວິ​ກິດ​ການ. ນອກ​ຈາກບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ການ​ສ້າງ​ຕັ້ງ​ລັດຖະບານ​ສາມັກຄີ​ຊົນ​ຊາດ​ແລ້ວ, ຄາດ​ວ່າ, ບັນດາ​ຝ່າຍ ຈະ​ເຂົ້າ​ຮ່ວມ​ການ​ເຈລະຈາ​ທີ່​ແກ່ຍາວ​ເປັນ​ເວລາ 2 ວັນ​ນີ້​ກໍ່​ຈະປຶກສາ​ຫາລືກ່ຽວ​ກັບ​ບັນຫາ​ຄວາມ​ສະຫງົບປອດ​​ໄພ, ກໍ່​ຄື​ການ​ຜັນ​ແປ​ຫວ່າງ​ມໍ່ໆ​ມາ​ນີ້.

ຂ່າວ/ບົດ​ອື່ນ