ບັນດາຝ່າຍສ້າງຕັ້ງກຸ່ມປະສົມຕິດຕາມກວດກາຄຳສັ່ງຢຸດຍິງ

 ບັນດາຝ່າຍສ້າງຕັ້ງກຸ່ມປະສົມຕິດຕາມກວດກາຄຳສັ່ງຢຸດຍິງ - ảnh 1ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ ກຳ​ລັງ​ລຸກ​ຮື​ຂຶ້ນ ຊີ​ຣີ Mohammad Alloushໃນ​ການ​ເຈ​ລະ​ຈາ ຢູ່ Astana ເມື່ອ​ວັນ​ທີ 16/2.
 (ພາບ: EPA/TTXVN)

(vovworld) - ຮອບ​ເຈລະ​ຈາ​ກ່ຽວ​ກັບ​ຊີ​ຣີ ທີ່​ນະ​ຄອນຫຼວງ Astana ຂອງ​ປະ​ເທດ ກະ​​ຊັກ​ສະ​ຖານ ໄດ້​ສິ້ນ​ສຸດ​ລົງ​ເມື່ອ​ວັນ​ທີ 16/2 ດ້ວຍ​ໝາກ​ຜົນ​ຕົ້ນ​ຕໍ​ແມ່ນ​ຮັບ​ຮອງ​ເອົາ​​ຂໍ​້​ມາດ​ຕາ​ກ່ຽວ​ກັບ​ກຸ່ມ​ປະ​ສົມ​ຕິດ​ຕາມກວດ​ກາ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ຊີີ​ຣີ ແລະ ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​​ເພື່ອສ້າງ​ຄວາມ​ໄວ້​​ເມື່ອ​ເຊື່ອ​ໃຈ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ. ທ່ານ Sergey Vershinin, ຫົວ​ໜ້າ​ກົມ​ຕາ​ເວັນ​ອອກ​ກາງ ແລະ ອາ​ບ​ຟ​ຣີ​ກາ​ເໜືອ, ຂຶ້ນ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ໄດ້​ເນັ້ນ​ໜັກ​ວ່າ: ກຸ່ມ​ປະ​ສົມ​ລວມ​ມີ​ ຜູ້​ຕາງ​ໜ້າ​ຂອງ ລັດ​ເຊຍ, ອີ​ຣານ ແລະ ຕວກ​ກີ ຈະ​ເຄື່ອນ​ໄຫວ​ບົນ​ພື້ນ​ຖານ​ປະ​ຈຳ​ການ​ເພື່ອ​ແນ​ໃສ່​ຮັກ​ສາ ແລະ ປັບ​ປຸງ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່ ຊີ​ຣີ. ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ມີ​ລັກ​ສະ​ນະ​ດ້ານ​ເຕັກ​ນິກ, ແຕ່​ຈະ​ມີ​ປະ​ສິດ​ທິ​ຜົນ​​ສູງ, ຊ່ວຍ​ປັບ​ປຸງ​ສະ​ພາບ​ການ​ລວມ, ໜູນ​ຊ່ວຍ​ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຊີ​ຣີ ພາຍ​ໃຕ້​ການ​​ປົກ​ປ້ອງ​ຂອງ ສ​ປ​ຊ ບົນ​ພື້ນ​ຖານ​ມະ​ຕິ​ເລກ​ທີ 2254 ຂອງສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ.


ຂ່າວ/ບົດ​ອື່ນ