ບັນດາຝ່າຍເຂົ້າຮ່ວມສົງຄາມຢູ່ລີບີເຫັນດີເຈລະຈາຢູ່ເຊີແນວ

ບັນດາຝ່າຍເຂົ້າຮ່ວມສົງຄາມຢູ່ລີບີເຫັນດີເຈລະຈາຢູ່ເຊີແນວ - ảnh 1
(ພາບ​ປະ​ກອບ​ຈ​າກ ສຳ​ນັກ​ຂ່າວ​ສານ​ຊິນ​ຮ​ວາ/TTXVN)

(vovworld) – ວັນ​ທີ 10/1, ສະ​ຫະ​ປະ​ຊາ​ຊາດ ໃຫ້​ຮູ້​ວ່າ: ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ສົງ​ຄາມ​ຢູ່ ລີ​ບີ​ ໄດ້​ເຫັ​ນ​ດີ​ເປັນ​ເອ​ກະ​ສັນ​ເຂົ້າ​ຮ່ວມ​ຮອບ​ເຈ​ລະ​ຈາ​ໃໝ່​ຢູ່ ເຊີ​ແນວ, ປະ​ເທດ​ສະ​ວິດ, ເພື່ອ​ແນ​ໃສ່​ຢຸດ​ຕິ​ວິ​ກິດ​ການ​ກາ​ນ​ເມືອງ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ປະ​ເທດ ອາບ​ຟ​ຣີ​ກາ​ເໜືອ​ນີ້. ຕາມ​ແຈ້ງ​ການ​ຂອງ​ຄະ​ນະ​ປະ​ຕິ​ບັດ​ງານ ສ​ປ​ຊ ປະ​ຈຳ ລີ​ບີ (UNSMIL) ແລ້ວ, ຮອບ​ເຈ​ລະ​ຈາ​ຈະ​ດຳ​ເນີນ​ໄປ​ໃນ​ອາ​ທິດ​ໜ້າ​ຢູ່​ຫ້ອງວ່າ​ການ ສ​ປ​ຊ ຢູ່ ເຊີ​ແນວ, ປະ​ເທດ​ສະ​ວິດ. ຈຸດ​ປະ​ສົງ​ຂອງ​ການ​ໂອ້​ລົມ​ສົນ​ທະ​ນານີ້​ແມ່ນ​ເພື່ອ​ແນ​ໃສ່​ບັນ​ລຸ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ບໍ​ລິ​ຫານ ລີ​ບີ ໃນ​ໄລ​ຍະ​​ຂ້າມ​ຜ່ານ, ໃນ​ນັ້ນ​ມີ​ການ​ສ້າງ​ຕັ້ງ​ລັດ​ຖະ​ບານ​ສາ​ມັກ​ຄີ ແລະ ຮັບ​ຮອງ​ເອົາ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃໝ່. ການ​ເຈ​ລະ​ຈາ​ຈະ​ມາ​ເຖິງກໍ່​ຈະ​ຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເພື່ອ​ແນ​ໃສ່​ຢຸດ​ຕິ​ບັນ​ດາ​ການ​ປະ​ທະ​ກັນ​​ດ້ວຍ​ກຳ​ລັງ​ອາ​ວຸດ​ໃນ​ເຂດ​ດິນ​ແດນ ລີ​ບີ.


ຂ່າວ/ບົດ​ອື່ນ