ບັນດາພັກຝ່າຍຄ້ານ ອັງກິດ ເຫັນດີປ່ອນບັດຄັດຄ້ານຄໍາສະເໜີການເລືອກຕັ້ງຂອງທ່ານນາຍົກລັດຖະມົນຕີອັງກິດ Johnson

(VOVWORLD) -ບັນດາພັກຝ່າຍຄ້ານ ໄດ້ເຫັນດີເປັນເອກະພາບປ່ອນບັດຄັດຄ້ານຄໍາສະເໜີຂອງທ່ານນາຍົກລັດຖະມົນຕີ ອັງກິດ Boris Johson ຕໍ່ເລື່ອງດໍາເນີນການປ່ອນບັດ...
ບັນດາພັກຝ່າຍຄ້ານ ອັງກິດ ເຫັນດີປ່ອນບັດຄັດຄ້ານຄໍາສະເໜີການເລືອກຕັ້ງຂອງທ່ານນາຍົກລັດຖະມົນຕີອັງກິດ Johnson - ảnh 1ທ່ານ Jeremy Corbyn (ພາບ:AFP/TTXVN)

ວັນທີ 03 ກັນຍາ, ການນໍາພັກແຮງງານຝ່າຍຄ້ານຂອງ ອັງກິດ ທ່ານ Jeremy Corbyn ໄດ້ຖະແຫຼງວ່າ ບັນດາພັກຝ່າຍຄ້ານ ໄດ້ເຫັນດີເປັນເອກະພາບປ່ອນບັດຄັດຄ້ານຄໍາສະເໜີຂອງທ່ານນາຍົກລັດຖະມົນຕີ ອັງກິດ Boris Johson ຕໍ່ເລື່ອງດໍາເນີນການປ່ອນບັດ ຖ້າຫາກກົດໝາຍສະບັບໜຶ່ງບໍ່ໄດ້ຮັບການຮັບຮອງເອົາ ເພື່ອແນໃສ່ສະກັດກັ້ນເລື່ອງ ອັງກິດຖອນຕົວອອກຈາກ ສະຫະພາບເອີຣົບ (Brexit) ໂດຍບໍ່ມີຂໍ້ຕົກລົງ.

        ໃນຖະແຫຼງການທີ່ໄດ້ຍົກອອກມາໃນກອງປະຊຸມກັບການນໍາບັນດາພັກຝ່າຍຄ້ານ, ທ່ານ Corbyn ກ່າວວ່າ ທ່ານເຊື່ອໝັ້ນຕໍ່ຜົນສໍາເລັດຂອງການຕັດສິນດັ່ງກ່າວ ເພື່ອຄວບຄຸມບັນດາການເຄື່ອນໄຫວຂອງ ສະພາແຫ່ງຊາດ ທີ່ແນໃສ່ຊອກຫາວິທີກີດຂວາງ Brexit ໂດຍບໍ່ມີຂໍ້ຕົກລົງ. ຕໍ່ການກະທໍາດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ອັງກິດ Johnson ຖະແຫຼງວ່າ ພ້ອມແລ້ວທີ່ຈະຮຽກຮ້ອງໃຫ້ດໍາເນີນການເລືອກຕັ້ງທົ່ວປະເທດ ໃນວັນທີ 14 ຕຸລາ ຈະມາເຖິງນີ້ ຖ້າຫາກບັນດາສະມາຊິກລັດຖະສະພາຮັບຮອງເອົາຮ່າງກົດໝາຍສະກັດກັ້ນ Brexit ໂດຍບໍ່ມີຂໍ້ຕົກລົງ.


ຕອບກັບ

ຂ່າວ/ບົດ​ອື່ນ