ບັນດາມືປືນພາຍໃນປະເທດກໍ່ເຫດບຸກໂຈມຕີຢູ່Bangladeshແຕ່ຫາກບໍ່ແມ່ນIS

ບັນດາມືປືນພາຍໃນປະເທດກໍ່ເຫດບຸກໂຈມຕີຢູ່Bangladeshແຕ່ຫາກບໍ່ແມ່ນIS - ảnh 1
ບັນດາມືປືນພາຍໃນປະເທດກໍ່ເຫດບຸກໂຈມຕີຢູ່
Bangladeshແຕ່ຫາກບໍ່ແມ່ນIS
(ພາບ: AFP/TTXVN)

(vovworld) - ວັນ​ທີ 03/07 ທ່ານ Asaduzzaman Khan ລັດຖະມົນຕີ​ກະຊວງພາຍ​ໃນ ບັງ​ກະລາ​ເທດ ​ໃຫ້​ຮູ້​ວ່າ: ຜູ້​ທີ່​ກໍ່​ໃຫ້​​ເກີດ​ເຫດການ​ບຸກ​ໂຈມ​ຕີ​ຢູ່ນະຄອນຫລວງ Dhaka ​ໃນ​ວັນ​ທີ 01/07  ​ແມ່ນ​ກຸ່ມພວກ​ກະບົດ​ພາຍ​ໃນ​ປະ​ເທດ, ບໍ່​ແມ່ນ​​ອົງການ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ ທ່ານ​ລັດຖະມົນຕີ Asaduzzaman Khan ຢືນຢັນ​ວ່າ: ບັນດາ​ຜູ້​ບຸກ​ໂຈມ​ຕີ​ແມ່ນ​ບັນດາ​ສະມາຊິກ​ຂອງອົງການ Jamaeytul Mujahdeen ບັງ​ກະລາ​ເທດ, ​ເຊິ່ງ​ເປັນ​​​ອົງການ​ໜຶ່ງທີ່​ຖືກ​ຫ້າມມີ​ການ​ເຄື​່ອນ​ໄຫວ​ຢູ່ ບັງ​ກະລາ​ເທດ ກ່ວາ 1 ທົດ​ສະ​ວັດ​ຜ່ານ​ມາ ​ແລະ ບັນດາ​ເປົ້າ​ໝາຍດັ່ງກ່າວ ກໍ່ບໍ່​ມີ​ການພົວພັນ​ຕິດ​ຕໍ່​ກັບ IS. ຄຳ​ຖະ​ແຫຼ​ງດັ່ງກ່າວ​ຂອງ​ທ່ານ Asaduzzaman Khan ລັດຖະມົນຕີ​ກະຊວງພາຍ​ໃນ ບັງ​ກະລາ​ເທດ ​ໄດ້ຍົກ​ອອກ​ພາຍຫລັງ  IS ຍອມຮັບວ່າ​ໄດ້​ຢູ່​ເບື້ອງ​ຫລັງ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ.

        ​ໃນ​ຂະນະ​ນັ້ນ, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ອອກ​ຖະ​ແຫຼ​ງການຊີ້​ແຈ້ງວ່າ ອົງການ​ນີ້ຢັ້ງຢືນ​ຄືນ​ໃໝ່ວ່າ​ແມ່ນລັດທິກໍ່​ການ​ຮ້າຍ​ພາຍ​ໃຕ້​ທຸກ​ຮູບ​ການ​​ແມ່ນ​ໜຶ່ງ​ໃນ​ບັນດາ​ໄພ​ນາບ​ຂູ່​ອັນ​ຕະຫລາຍ​ທີ່​ສຸດສຳລັບ ສັນຕິ ພາບ ​ແລະ ຄວາມ​ໝັ້ນຄົງຂອງ​ສາກົນ.

ຂ່າວ/ບົດ​ອື່ນ