ບັນດາອົງການການເມືອງສັງຄົມຕ້ອງຕິດແທດກັບພຶດຕິກຳຕົວຈິງ,ຍົກສູງປະສິດທິຜົນການເຄື່ອນໄຫວ

ບັນດາອົງການການເມືອງສັງຄົມຕ້ອງຕິດແທດກັບພຶດຕິກຳຕົວຈິງ,ຍົກສູງປະສິດທິຜົນການເຄື່ອນໄຫວ - ảnh 1
ກອງ​ປະ​ຊຸມ​ແລກ​ປ່ຽນ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ​ກຸ່ມ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ

(vovworld) –  ບັນ​ດາ​ອົງ​ການ​ການ​ເມືອງ​ສັງ​ຄົມ​ຕ້ອງ​ຕິດ​ແ​ທດ​ກັ​ບ​ພຶດ​ຕິ​ກຳ​ຕົວ​ຈິງ​, ຍົກ​ສູງ​ປະ​ສິດ​ທິ​ຜົ​ນ​ການ​ເຄື່ອນ​ໄຫວ - ນັ້ນ​ແມ່ນ​ຄຳ​ຊີ້​ນຳ​ຂອງ​ທ່ານ​ນາງ ເຈືອງ​ທິ​ມາຍ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​​ປະ​ຊາ​ຊົນສູນ​ກາງ ທີ່ກອງ​ປະ​ຊຸມ​ແລກ​ປ່ຽນ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ​ກຸ່ມ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ການ​ເມືອງ​ສັງ​ຄົມ​ສູນ​ກາງປີເຊິ່ງ 2016 ໄດ້​ຮັບ​ການ​ຈັດ​ຕັ້ງ​​ໃນ​ວັນ​ທີ 20/12, ຢູ່​ຮ່າ​ໂນ້ຍ. ທີ່ກອງ​ປະ​ຊຸມ, ທ່ານ​ນາງ ເຈືອງ​ທິ​ມາຍ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​​ປະ​ຊາ​ຊົນສູນ​ກາງ ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ການ​ເມືອງ​ສັງ​ຄົມ​ສູນ​ກາງ​ໃນ​ຊຸມ​ປີ​ຜ່ານ​ມາ. ຈຸດ​ພົ້ນ​ເດັ່ນ​ໃນ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ​ຂອງ​ກຸ່​ມ​ແນວ​ໂຮມ​ປະ​ເທດ​ຊາດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ແມ່ນ​ວິ​ວັດ​ການ​ຊອກ​ຫາ​ມາດ​ຕະ​ການ​ປ່ຽນ​ໃໝ່​​ດ້ວຍ​ຕົນ​ເອງເພື່ອ​ຕິດ​​ແທດ​ກັບ​ສະ​ພາບ​ການ​ຕົ​ວ​ຈິງ​ຂອ​ງ​ຊີ​ວິດ, ​ກັບ​ປະ​ຊາ​ຊົນ, ກັບ​ບັນ​ດາ​ເປົ້າ​ໝາຍ​ທີ່​ຖືກ​ຜົນ​ກະ​ທົບ​ຂອງ​ຕົນຫຼາຍ​ກ່​ວາ. ທ່ານ​ນາງ ເຈືອງ​ທິ​ມາຍ ສະ​ເໜີ​ວ່າ: ໃນ​ປີ 2017, ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ການ​ເມືອງ​ສັງ​ຄົມ​ຕ້ອງ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ກຳ​ແໜ້ນ​ສະ​ພາບ​ການ​ຂອງ​ປະ​ຊາ​ຊົນ, ມີ​ການ​ຕີ​ລາ​ຄາ, ທັນ​ການ, ເປັນ​ເຈົ້າ​ການ​ເພື່ອ​ສະ​ເໜີ​ກັບ​ລັດ​ຖະ​ບານ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ, ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ, ຂົນ​ຂວາຍ, ໂອ້​ລົມ​ສົນ​ທະ​ນາ​ເພື່ອ​ກຳ​ແໜ້ນ​ຄວາ​ມຸ​ມ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ກ່​ວາ, ສືບ​ຕໍ່​ສ້າງວິ​ທີ​ການ​ເຄື່ອນ​ໄຫວ​​​ເປັນຫຼາຍຮູບຫຼາຍ​ແບບເພື່ອ​ເໝາະ​ສົມ​ກັບ​ບັນ​ດາ​ເປົ້າ​ໝາຍ, ເຂດ​ພາກ​​ທີ່​ແຕກ​ຕ່າງ​ກັນ, ບັນ​ດາ​ອົງ​ການ​ມະ​ຫາ​ຊົນ​ສືບ​ຕໍ່​ຄົ້ນ​ຄ້​ວາ​ເພື່ອ​ປັບ​ປຸງ​ຄຸນ​ນະ​ພາບ​ກົ​ງ​ຈັກ​ການ​ເຄື່ອນ​ໄຫວ, ພິ​ເສດ​ແມ່ນຄວາມ​ສາ​ມາດ​ຂອງ​ພະ​ນັກ​ງານ.


ຂ່າວ/ບົດ​ອື່ນ