ບັນດາອົງການກຳມະບານ ເກຼັກ ຈັດຕັ້ງການຢຸດງານ ແລະ ແຫ່ຂະບວນປະທ້ວງຄັ້ງໃຫມ່

ບັນດາອົງການກຳມະບານ ເກຼັກ ຈັດຕັ້ງການຢຸດງານ ແລະ ແຫ່ຂະບວນປະທ້ວງຄັ້ງໃຫມ່ - ảnh 1
ພາບປະກອບ: internet


(vovworld) - ວັນ​ທີ 17/10, ຊາວ​ເກຼັກ ​ໄດ້​​ເກີດ​ຄວາມ​​ໂກດ​ແຄ້ນຕໍ່​ແຜນການ “ຮັດ​ເຂັມຄັດ”​ໃຫມ່​ຂອງ​ລັດຖະບານ​ຂອງ​ປະ​ເທດ​ນີ້, ​ເລີ່​ມການ​ນັດຢຸດ​ງານ ​ແລະ ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງໃຫມ່​ທີ່​ແກ່ຍາວ​ໃນ​ເວລາ 2 ມື້ ​ເພື່ອ​ກໍ​ຄວາມ​ກົດ​ດັນ​ຕໍ່ກັບ​ການ​ນຳ​ສະຫະພາບ​ເອີ​ບ (EU) ກ່ອນ​ຈັດກອງ​ປະຊຸມສຸດ​ຍອດ​ພາກ​ພື້ນ ຊຶ່ງ​ຄາດ​ວ່າ​ດຳ​ເນີນ​ໄປ​ໃນ​ທ້າຍ​ອາທິດ​ນີ້. ນີ້​ແມ່ນ​ການ​ນັດຢຸດ​ງານ​ຄັ້ງ​ທີ 4 ​ໃນ​ປີ​ນີ້ ​ເພື່ອ​ຄັດຄ້ານ​ບັນດາ​ນະ​ໂຍບາຍ​ເສດຖະກິດ​ເຄີຍ​ພາ​ໄປ​ເຖິງ​ສະພາບ​ວ່າງ​ງານ​ສູງ ແລະ ສະພາບ​ເສດຖະກິດ​ຊຸດໂຊມຢ່າງ​ຮ້າຍ​ແຮງ​ຢູ່ ​ເກຼັກ. ບັນດາ​ທະນາຍຄວາມ, ທ່ານໝໍ, ​​ພະນັກງານການ​ຢາ ​ເລີ່ມໄດ້​ພັກການ​ກ່ອນ​ດຳ​ເນີນ​ການ​ນັດຢຸດ​ງານ​ຄັ້ງ​ໃຫຍ່​ໃນ​ວັນ​ທີ 18/10 ​ໂດຍ​ບັນດາ​ວິ​ສາ​ຫະກິດ​ໃຫຍ່​ປຸກລະດົມ.

ຂ່າວ/ບົດ​ອື່ນ