ບັນດາອົງການສາສະຫນາ,ອົງການທູຕານຸທູດອວຍພອນບຸນເຕັດອຳນາດການປົກຄອງ,ປະຊາຊົນທ້ອງຖິ່ນຕ່າງໆ

ບັນດາອົງການສາສະຫນາ,ອົງການທູຕານຸທູດອວຍພອນບຸນເຕັດອຳນາດການປົກຄອງ,ປະຊາຊົນທ້ອງຖິ່ນຕ່າງໆ - ảnh 1
ການ​ນຳ​ອົງ​ການ​ພຸ​ດ​ທະ​ສາ​ສະ​ຫນາ​ອວຍ​ພອ​ນ​ບຸນ​ເຕັດ​ຄະ​ນະ​ກຳ​ມະ​ການ
ປະ​ຊ​າ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ

(vovworld)- ​​​​ວັນ​ທີ 1/ 2 ຢູ່ ຮ່າ​ໂນ້ຍ, ເນື່ອງ​ໃນ​ໂອ​ກາດ​ຕ້ອນ​ຮັບ​ບຸ​ນ​ປີ​ໃຫມ່​ປີ​ວອກ 2016, ຜູ້​ຕາງ​ຫນ້າ​ຄະ​ນະ​ການ​ນຳ​ສະ​ມາ​ຄົມ​ສາ​ສະ​ຫນາ​ໂປ​ແຕດ​ສະ​ຕັງ​ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ ແລະ ອວຍ​ພອນ​ບຸນ​ເຕັດ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ​່າ​ໂນ້ຍ. ນະ​ທີ່ນີ້, ທ່ານ ຫວູ​ຮົ່ງ​ແຄງ, ຮອງ​ປະ​ທານປະ​ຈຳ​ການ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ: ແຜນ​ນະ​ໂຍ​ບາຍ​ລວມ​ຂອງ​ນະ​ຄອນ​ຮ່າ​ໂນ້ຍ ຍາມ​ໃດ​ກໍ​ເຄົາ​ລົບ​ສິດ​ເສ​ລີ, ການ​ເຫລື້ອມ​ໃສ​ສາ​ສະ​ຫນາ, ເບີ່ງ​ແຍງ​ດູ​ແລ, ຊຸກ​ຍູ້, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນ​ເຊື່ອ​ຖື​ສາ​ສະ​ຫນາ ແລະ ບໍ່​ເຊື່ອ​ຖື​ສາ​ສະ​ຫນາ ຊ່ວຍ​ພໍ່​ແມ່ນ​ປະ​ຊາ​ຊົນ​ມີ​ຊີ​ວິດ​ອີ່ມ​ຫນຳ​ສຳ​ລານ​ພູນ​ສຸກ. ໃນ​ວັນ​ດຽວ​ກັນ, ຢູ່ ນະ​ຄອນ ໂຮ່​ຈິ​ມີນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ ໂຮ່​ຈິ​ມີນ ໄດ້​ຈັດ​ຕັ້ງ​ການ​ພົບ​ປ​ະ​ສັງ​ສັນ​ບັນ​ດາ​ອົງ​ການ​ທູ​ຕາ​ນຸ​ທູດ​ຢູ່ ນະ​ຄອນ ໂຮ່​ຈິ​ມີນ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ Douglas Barnes, ຫົວ​ຫນ້າ​ສະ​ຖານ​ກົງ​ສູນ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ໄອ​ແລນ​ເຫນືອ ຢູ່ ນະ​ຄອນ ໂຮ່​ຈິ​ມີນ ເນັ້ນ​ຫນັກ​ວ່າ: ນະ​ຄອນ​ໂຮ່​ຈິ​ມີນ ຍາມ​ໃດ​ກໍ​ໄດ​້​ຮັບ​ຖື​ວ່າ ແມ່ນ​ທ້ອງ​ຖິ່ນ​ນຳ​ນ​ຫ້າ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດ ແລະ ປະ​ຕິ​ຮູບ​ລະ​ບອບ​ນະ​ໂຍ​ບາຍ​ຢູ່ ຫວຽດ​ນາມ. ນະ​ຄອນ ໂຮ່​ຈິ​ມີນ ບໍ່​ພຽງ​ແຕ່​ແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ແຫ່ງ​ທີ່​ມີ​ຂໍ້​ລິ​ເລີ່ມ​ຫລາຍ​ຢ່າ​ງ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃຫມ່.

 

ຂ່າວ/ບົດ​ອື່ນ