ບັນດາແຂວງຊາຍແດນຫວຽດນາມ-ກຳປູເຈຍສືບຕໍ່ຍູ້ແຮງການຮ່ວມມືເພື່ອພັດທະນາ

ບັນດາແຂວງຊາຍແດນຫວຽດນາມ-ກຳປູເຈຍສືບຕໍ່ຍູ້ແຮງການຮ່ວມມືເພື່ອພັດທະນາ - ảnh 1
ທ່ານ ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າ
ການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ
(ພາບ:infornet )

(vovworld) – ວັນ​ທີ 28/10, ຢູ່​ນະຄອນ​ໂຮ່ຈີ​ມິນ, ວາລະ​ປະຊຸມ​ຄົບ​ຄະນະ​ກອງ​ປະຊຸມ​ຮ່ວມ​ມື ​ແລະ ພັດທະນາ​ບັນດາ​ແຂວງ​ຊາຍ​ແດນ ຫວຽດນາມ - ກຳປູ​ເຈຍ ຄັ້ງທີ 8 ​ໄດ້​ຈັດ​ຕັ້ງ​ ​ພາຍ​ໃຕ້ການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ແລະ ທ່ານ Samdech Krolahom Sar Kheng ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ ກຳປູ​ເຈຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ ກຳປູ​ເຈຍ Sar Kheng ​ຫວນ​ຄືນ​ບັນດາຂີດ​ໝາຍ​ພັດທະນາ​ໃນ​ການ​ພົວພັນ 2 ປະ​ເທດ. ທ່ານ ​ເລ​ຮ່ວາຍ​ຈູງ, ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ຫົວໜ້າ​ກຸ່ມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ (SOM) ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ເຖິງ​ວ່າ ລະຫວ່າງ 2 ປະ​ເທດ​ໄດ້​ມີ​​ຂໍ້​ຕົກລົງຕ່າງໆ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ໃນ​ຂອບ​ເຂດ​ສາກົນ ​ແລະ ພາກ​ພື້ນ​ແລ້ວ​ກໍ່ຕາມ, ​ແຕ່​​ວ່າໃນ​ແຕ່ລະ​ຂົງ​ເຂດ​ລະອຽດນັ້ນ​ ​ຄວນ​ມີບັນດາ​ສັນຍາ, ຂໍ້​ຕົກລົງ​ໃໝ່​ຕື່ມ​ອີກ ຫລື ອັບ​ເດັດ​ບັນດາ​ການ​ເຄື່ອນ​ໄຫວ​ຂໍ້​ຕົກລົງ​ເກົ່າ ​ເພື່ອ​ເຮັດ​ແນວ​ໃດ​ຫັນ​ເປັນ​ລະອຽດ ​ແລະ ປະຕິບັດ​​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃຫ້​ໄດ້”

        ສ່ວນ​ຝ່າຍ ກຳປູ​ເຈຍ ຢືນຢັນ​ ຈະ​ພ້ອມ​ກັບ​ ຫວຽດນາມ ສືບ​ຕໍ່​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ​ເສັ້ນ​ຊາຍ​ແດນ ​ເພື່ອ​ແນ​ໃສ່​ກໍ່ສ້າງ​ເສັ້ນ​ຊາຍ​ແດນ 2 ປະ​ເທດ​​ໃຫ້ກາຍ​ເປັນ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ຮ່ວມ​ມື ​ແລະ ພັດທະນາ​ແບບ​ຍືນ​ຍົງ.

        ​​ສິ້ນ​ສຸດ​ກອງ​ປະຊຸມ, 2 ຝ​່າຍ​ໄດ້​ອອກ​ແຈ້ງ​ການ​ຮ່ວມ​ລວມມີ 16 ຂໍ້. ຕາມ​ຂໍ້​ຕົກລົງ, ກອງ​ປະຊຸມ​ຮ່ວມ​ມື ​ແລະ ພັດທະນາ​ບັນດາ​ແຂວງ​ຊາຍ​ແດນ ຫວຽດນາມ - ກຳປູ​ເຈຍ ຄັ້ງ​ທີ 9 ຈະ​ຈັດ​ຕັ້ງ​ຢູ່ ກຳປູ​ເຈຍ ​ໃນ​ປີ 2016.

       

ຂ່າວ/ບົດ​ອື່ນ