ບັນດາແຂວງ,ນະຄອນໃນເຂດທິດຕາເວັນຕົກພາກໃຕ້ຕ້ອງເພີ່ມທະວີປະຕິບັດການເຊື່ອມຕໍ່ເຂດ

ບັນດາແຂວງ,ນະຄອນໃນເຂດທິດຕາເວັນຕົກພາກໃຕ້ຕ້ອງເພີ່ມທະວີປະຕິບັດການເຊື່ອມຕໍ່ເຂດ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາ​ກ​ໃຕ້
ເວືອງ​ດິ່ງ​ເຫ້ວ, ກ່າວ​ຄຳ​ເຫັນ​ທີ່ກອວ​ປະ​ຊຸມ
(ພາບ: sggp.org.vn)

(vovworld) - ​​ ​​​​ວັນ​ທີ 11/07, ຢູ່​ນະ​ຄອນ​ເກີນ​ເທີ, ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ໄດ້​ຈັດ​ກອງ​ປະ​ຊຸມ​ສະ​ຫຼຸບ 6 ເດືອນ​ຕົ້ນ​ປີ ແລະ ຜັນ​ຂະ​ຫຍາຍ​ທິດ​ທາງ, ໜ້າ​ທີ່ໃນ 6 ເດືອນ​ທ້າຍ​ປີ 2016. ກ​່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາ​ກ​ໃຕ້ ເວືອງ​ດິ່ງ​ເຫ້ວ ໄດ້​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ດ້ານ​ເສດ​ຖະ​ກິດ, ສັງ​ຄົມ​ທີ່​ບັນ​ລ​ຸ​ໄດ້ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ສູງ​ຂອງ​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ເຂດທິດ​ຕາ​ເວັນ​ຕົກ​ພາກ​ໃຕ້. ສຳ​ລັບ​ໜ້າ​ທີ່, ທິດ​ທາງ​ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ເວືອງ​ດິ່ງ​ເຫ​້ວ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອ​ງ​ຖິ່ນປະ​ຕິ​ບັດ​ຕາມ​ມະ​ຕິ​ເລກ​ທີ 01 ຂອງ​ລັດ​ຖະ​ບານ ກ່ຽວ​ກັບ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ປີ 2016, ມະ​ຕິ​ກ່ຽວ​ກັບ​ການ​ສືບຕໍ່​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີ​ນທຸ​ລະ​ກິດ, ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະ​ກິດ​ພັດ​ທະ​ນາ; ຍູ້​ແຮງວຽກ​ງານ​ປ່ອຍ​ເງິນ​ບັນ​ດາ​ແຫຼ່ງ​ທຶ​ນ​ພາກ​ລັດ… ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ ແລະ ທ້ອ​ງ​ຖິ່ນທິດ​ຕາ​ເວັນ​ຕົກ​ພາກ​ໃຕ້ ຕ້ອງ​ເພີ່ມ​ທະ​ວ​ີ​ການ​ປະ​ຕິ​ບັດ​ວຽ​ກ​ງານ​ເຊື່ອມ​ຕໍ່​ເຂດ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຄະ​ນະ​ຊີ້​ນຳທິດ​ຕາ​ເວັນ​ຕົກ​ພາກ​ໃຕ້ ຈະ​ເປັນ​ເຈົ້າ​ການ​ຈັດ​ຕັ້ງ​ບັນ​ດາ​ກອງ​ປ​ະ​ຊຸມ​ກ່ຽ​ວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສິ​ກຳ​ຄືນ​ໃໝ່, ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຍູ້​ແຮງ​ການ​ເຊື່ອມ​ຕໍ່​ຮ່​ວ​ມ​ມື, ດຶງ​ດູດ​ການ​ລົງ​ທຶນ​ພັດ​ທະ​ນາ ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ ແລະ ໜູນ​ຊ່ວຍ​ຄົນ​ທຸກ​ຍາກ​ເຂດ​ທົ່ງພຽງ​ແມ່ນ​້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ…

ຂ່າວ/ບົດ​ອື່ນ