ບັນດາແຂວງເຂດຕາເວັນຕົກພາກໃຕ້ຫວຽດນາມ ຊອກຫາມາດຕະການເພື່ອຍົກສູງກຳລັງແກ່ງແຍ້ງໃນສະພາບເຊື່ອມໂຍງ

ບັນດາແຂວງເຂດຕາເວັນຕົກພາກໃຕ້ຫວຽດນາມ ຊອກຫາມາດຕະການເພື່ອຍົກສູງກຳລັງແກ່ງແຍ້ງໃນສະພາບເຊື່ອມໂຍງ - ảnh 1
ການເຄື່ອນໄຫວຂອງທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
ຢູ່ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ
(ພາບ: SGGP)


(vovworld) – ບັນດາ​ແຂວງ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ ຊອກ​ຫາ​ມາດ​ຕະການ​ເພື່ອ​ຍົກ​ສູງ​ກຳລັງ​ແກ່ງ​​ແຍ້​ງ​ໃນ​ສະພາບ​ເຊື່ອມ​ໂຍງ. ນີ້​ແມ່ນ​ຄຳ​ຊີ້​ນຳ​ຂອງ​ທ່ານປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ທີ່​ການ​ເຮັດ​ວຽກ​ກັບ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ​ເຊິ່ງດຳ​ເນີນ​​ໃນວັນ​ທີ 29/01, ຢູ່​ແຂວງ​ເກີນ​​ເທີ. ທ່ານ​ປະທານ​ປະ​ເທດ​ຊີ້​ແຈ້ງວ່າ ປີ 2015 ​ແມ່ນ​ປີ​ສຸດ​ທ້າຍ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 11 ຂອງ​ພັກ ​ແລ​ະ ກໍ່​ແມ່ນ​ປີ​ມີ​ຄວາມ​ສະດວກ​ຫຼາຍ​ຢ່າງ ​ແຕ່​ກໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ນ້ອຍ​ຈາກ​ການ​ເຊື່ອມ​ໂຍງ, ​ໃນ​ນັ້ນ​ມີ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ອາ​ຊຽນ ​ແລະ ອາ​ຊຽນ - ຈີນ… ສະ​ນັ້ນ, ບັນດາ​ແຂວງ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ ​ຕ້ອງ​ຍົກ​ສູງ​ສະມັດ​ຕະພາບ ​ແລະ ຄຸນ​ນະພາ​ບ​ແນວ​ປູກ, ສັດລ້ຽງ, ສ້າງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃໝ່, ຍູ້​ແຮງ​ການ​ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ເຂົ້າ​ໃນ​ການ​ຜະລິດ ​ເພື່ອ​ສາມາດ​ແກ່ງ​ແຍ້​ງ, ຍົກ​ສູງ​ລະ​ດັບ​ເຕີບ​ໂຕ​ຂອງ​ພາກ​ພື້ນ. ທ່ານ​ປະທາ​ນປະ​ເທດ ​ເຈືອງ​ເຕີນ​ຊາງ ກ່າວ​ວ່າ.

        “ພວກ​ເຮົາ​ຕ້ອງ​ກະກຽມ​ທຸກ​ຢ່າງ​ເພື່ອ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ​​ຢ່າງ​ມີ​ໄຊ. ບັນດາ​ປັດ​ໃຈ​ສາມາດ​ກໍ່​ຄວາມ​ເສຍ​ຫາຍ​ເຖິງ​ພື້ນຖານ​ເສດຖະກິດ​ເມື່ອ​ເຊື່ອມ​ໂຍງນັ້ນ, ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປຕ້ອງ​ກວ​ດກາ​ໃຫ້ລະອຽດ, ນັບທັງ​ມາດ​ຕະການ​ຫັນປ່ຽນ​ໂຄງ​ປະກອບ. ອັນ​ໃດ​ຍັງ​ອ່ອນ, ບໍ່​ສາມາດ​ແກ່ງ​ແຍ້​ງ​ໄດ້ ຕ້ອງ​ຊອກຫາ​ທຸກ​ວິທີ​ເພື່ອ​ສາມາດ​​ແກ່ງ​ແຍ້​ງ​ໄດ້, ບໍ່​ແມ່ນ​ເສັ້ນ​ທາງ​ເກື້ອກູນ”.

ຂ່າວ/ບົດ​ອື່ນ