ບັນດາໂຄງການເພີ່ມເງິນລົງທຶນອອກສູ່ຕ່າງປະເທດ

ບັນດາໂຄງການເພີ່ມເງິນລົງທຶນອອກສູ່ຕ່າງປະເທດ - ảnh 1
(ພາບປະກອບ)
(vovworld) –  ຕາມ​ກົມ​ລົງທຶນ​ຕ່າງປະ​ເທດ (ກະຊວງ​ແຜນການ ​ແລະ ການ​ລົງທຶນ), ​ແຕ່​ຕົ້ນ​ປີ 2013 ມາ​ຮອດ​ປະຈຸ​ບັນ, ​ໄດ້​ມີ 22 ​ໂຄງການ​ລົງທຶນ​ຕ່າງປະ​ເທດ​ໄດ້​ຮັບ​ໃນ​ອະນຸຍາດ​ລົງດ້ວຍ​ຍອດ​ຈຳ​ນວນ​ທຶນ​ກວ່າ 720 ລ້ານ USD. ຂອບ​ຂະໜາດ​​ເງິນ​ລົງ​ທຶນ​​ຈົດ​ທະບຽນ​ສະ​ເລ່ຍ​ແຕ່ລະ​ໂຄງການ​ບັນລຸ​ກວ່າ 32,7 ລ້ານ USD. ​ໃນ​​ໄຕມາດ​ທີ 1 ປີ 2013, ມີ 5 ​ໂຄງການ​​ເພີ່ມ​ເງິນ​ລົງທຶນ, ​ໃນ​ນັ້ນ​ມີ​ໂຄງການ​ບໍລິ​ສັດ​ຮ່ວມ​ທຸລະ​ກິດ Rusvietpetro ຂອງ​ກຸ່ມ​ບໍລິ​ສັດນ້ຳມັນ​ອາຍ​ແກັດ​ຫວຽດນາມ ຢູ່​ລັດ​ເຊຍ, ​ໂຄງການ​ສຳ​ຫຼວດບໍ​ເກືອຢູ່​ລາວ. ຄິດ​ໄລ​ລວມທັງ​ເງິນ​ລົງທຶນ​ຈົດ​ທະບຽ​ນ​ໃໝ່ ​ແລະ ​ເພີ່ມ​ເຕີມ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ຕ່າງປະ​ເທດ​ໃນ​​ໄຕມາດທີ 1 ປີ 2013 ບັນລຸ​ໄດ້ 2,56 ຕື້ USD.

        ການລົງທຶນຂອງບັນດາ​ວິ​ສາ​ຫະກິດ​ຫວຽດນາມ ສຸມ​ໃສ່​ຂົງ​ເຂດ​ແຮ່​ທາດ, ການ​ບໍລິການ​ພັກ​ຢູ່​ອາ​ໄສ, ​ຖະ​ແຫຼ​ງຂ່າວ ​ແລະ ໂທລະ​ຄົມ. ​ເງິນ​ລົງ​ມຶນ​ສຸມ​ໃສ່​ຫຼາຍ​ກວ່າ​ໝູ່​ແມ່ນ​ຢູ່​ສະຫະພັນ​ລັດ​ເຊຍ, ລາວ ​ແລະ ມຽນມາ.

ຂ່າວ/ບົດ​ອື່ນ