ບັນດາໂຮງໝໍຂອງຫວຽດນາມກຽມພ້ອມຮັບມືກັບພະຍາດMERS

ບັນດາໂຮງໝໍຂອງຫວຽດນາມກຽມພ້ອມຮັບມືກັບພະຍາດMERS - ảnh 1
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສາ​ທາ​ລະ​ນ​ະ​ສ​ຸກ ຫງວຽນ​ແທງ​ລອງ ໄປ​ກວດ​ກາ​ວຽກ​ງານ​ຮັບ​ມື​ກັບ​ພະ​ຍາດ MERS ຢູ່​ໂຮງ​ໝໍ
(ພາ​ບ: kienthuc.net.vn)

(vovworld) – ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ໄດ້​ສ້າງ 3 ແຜນ​ການ​​ເພື່ອ​ກຽມ​ພ້ອມ​ຮັບ​ມື​ກັບ 3 ກໍ​ລະ​ນີ​ເພື່ອ​ຕ້ານ​​ພະ​ຍາດ MERS ​ທີ່ອາ​ດ​ຈະ​ແຜ່​​ລະ​ບາດ​ເຂົ້າ ຫວຽດ​ນາມ.

        ຢູ່​ຮ່າ​ໂນ້ຍ, ພະ​ແນກ​​ສາ​ທາ​ລະ​ນະ​ສ​ຸກ​ນະ​ຄອນ ຮ່າ​ໂນ້ຍ ໄດ້​​ແຕ່ງ​ຕັ້ງໂຮງ​ໝໍ 5 ແຫ່ງ​ເຊິ່ງ​ລວມ​ມີ: ໂຮງ​ໝໍຫຼາຍ​ຂະ​ແໜງ ດົ໋ງ​ດາ, ໂຮງ​ໝໍຫຼາຍ​ຂະ​ແໜງ Saint Paul, ໂຮງ​ໝໍ​ແທງ​ຍ່ານ, ໂຮງ​ໝໍ​ບັກ​ທັງ​ລອງ ແລະ ໂຮງ​ໝໍ​ຮ່າ​ດົງ ໄດ້​ສ້າງ​ວິ​ທີ​ການ​ເປັນ​ເຈົ້າ​ການ​ໃນ​ວຽກ​ງານ​ປິ​ນ​ປົວ, ແຍກ​ບັນ​ດາ​ຄົນ​ເຈັບ​ໃຫ້​ຢູ່​ຕ່າງ​ຫາກຕາມ​ກໍ​ລະ​ນີ​ລະ​ອຽດ. ​ເມື່ອຄົ້​ນ​ພົບ​ກໍ​ລະ​ນີ​ທີ່​ສົງ​ໄສ​ຕິດ​ພະ​ຍາດ MERS ທຳ​ອິດ​ຈະ​ໄດ້​ສົ່ງ​ເຖິງ​ໂຮງ​ໝໍ​ເຂດ​​ຊົນຮ້ອນ​ສູນ​ກາງ. ປະ​ຈຸ​ບັນ, ໂຮງ​ໝໍ​ເຂ​ດ​ຊົນ​ຮ້ອນ​ສູນ​ກາງ​ແມ່ນ​ໜຶ່ງ ໃນ 2 ໂຮງ​ໝໍ​ໃນ​ທົ່ວ​ປະ​ເທດ​ມີ​ລະ​ບົບ​ວິ​​ໃຈ​ລະ​ດັບ​ສາ​ກົນ. ຜູ້​ອຳ​ນວຍ​ການ​ໂຮງ​ໝໍເຂດ​​ຊົນຮ້ອນ​ສູນ​ກາງ ຫງວຽນ​ວັນ​ກີ໋ງ, ໃຫ້​ຮູ້​ວ່າ:

        “ໃນ​ຮອບ​ເວ​ລາ 4 ຊົ່ວ​ໂມງ​ພວກ​ຂ້າ​ພະ​ເຈົ້າ​ມ​ີໝາກ​ຜົນ​ຂອງ​ການ​ວິ​​ໃຈແລ້ວ, ຍ້ອນ​ວ່ານີ້​ແມ່ນ​ຫ້ອງວິ​​ໃຈ​ບັນ​ລຸມາດ​​ຕະຖານ​. ປະ​ຈຸ​ບັນ, ພວກ​ຂ້​າ​ພະ​ເຈົ້າ​ຍາມ​ໃດ​ກໍ່​ກຽມ​ພ້ອມໂດຍ​ອີງ​ໃສ່​ຄວາມ​ຄືບ​ໜ້າ​ຂອງ​ໂລກ​ພະ​ຍາດ. ກ່ອນ​ອື່​ນ​ໝົດ​ພວກ​ຂ້າ​ພະ​ເຈົ້າ​ຈະ​ສະ​ຫງວນ 2 ຫ້ອງ​ເພື່ອ​ແຍກ​ຕົວ ແລະ ໃນ​ກໍ​ລະ​ນີ​ມີຫຼາຍກໍລະ​ນີ​ຄົນ​ເຈັບຈະ​ສະ​ຫງວນ​ຫ້ອງ​ສຸກ​ເສີນ​ທັງ​ໝົດ​ເປັນ​ຫ້ອງ​ແຍກ​ຕົວ. ສ່ວນ​ໃນ​ກໍລະ​ນີ​ມີຫຼາຍ​​ຄົນ​ເຈັບຕື່ມ​ອີກ​, ທັງ​ໝົດ​ໂຮງ​ໝໍ​ຈະ​ກາຍ​ເປັນ​ຫົວ​ໜ່ວຍ​ແຍກ​ຄົນ​ເຈັບ​ປິນ​ປົວ​ຕ່​າງ​ຫາກ.”

        ສ່ວນ​ຢູ່​ນະ​ຄອນ ໂຮ່​ຈ​ີ​ມິນ ຈະ​ມີ 3 ບ່ອນ​ຮັບ​ຄົນ​ເຈັບ​ແຍກ​ຕົວ ແລະ ປິນ​ປົວ​ໃຫ​້​ຄົນ​ເຈັບ​ຕິດ MERS. ທ່ານ​ໝໍ ເລ​ແມ້ງ​ຮູ່ງ, ຮອງ​ຜູ້​ອຳ​ນວຍ​ການ​ໂຮງ​ໝໍ​ເຂດ​ຊົນ​ຮ້ອນ​ນະ​ຄອນ ໂຮ່​ຈີ​ມິນ, ໃຫ້​ຮູ້​ວ່າ:

        “ສະ​ຖານ​ທີ່​ຕົ້ນ​ຕໍ່​ເພື່ອ​ປະ​ຕິ​ບັດ​ກາ​ນ​ແຍກ​ຕົວ​ຕົ​ນ​ເຈັບ​ຢູ່​ຕ່າງ​ຫາກ ແລະ ປິນ​ປົວ​ຄົນ​ເຈັບ​ຕິດ MERS ແມ່ນ​ພະ​ແນກ​ຕິດ​ແປດ D, ມີ 50 ຕຽງນອກ​ຄົນ​ເຈັບ. ປະ​ຈຸ​ບັນ​, ພວກ​ຂ້າ​ພະ​ເຈົ້າ​ພວມ​ຈຳ​ກັດ​ຄົນ​ເຈັບ​ເຂົ້າ​ພະ​ແນກ​ດັ່ງ​ກ່າວ ແລະ ໄດ້​ກ​ະ​ກຽມ​ບັນ​ດາ​ຫ້ອງຫວ່າງ. ພາ​ລະ​ກອນ​ການ​ແພດ​ຂອງ​ໂຮງ​ໝໍ​ກໍ່​ລຶ້ງ​ເຄີຍ​ກັບ​ການ​ປ້ອງ​ກັນ, ຕ້ານ​ພະ​ຍາດ​ທີ່​ອັນ​ຕະ​ລາຍນີ້​, ດັ່ງ​ນັ້ນ​ຍາມ​ໃດ​ກໍ່​ກະ​ກຽມ​ການ​ຮັບ​ມື. ໂຮງ​ໝໍ​ກໍ່​ກະ​ກຽມ​ຈຳ​ນວນ​ຢາ​ຢ່າງ​ພຽງ​ພໍ​ເພື່ອ​ກັນ​ພະ​ຍາດ.”


ຂ່າວ/ບົດ​ອື່ນ