ບັນຫາ Brexit: EU ປະຕິເສດຄວາມສາມາດເປັນໄປກ່ຽວກັບໄລຍະຂ້າມຜ່ານໂດຍບໍ່ມີກຳນົດ

(VOVWORLD) -ວັນທີ 27 ກຸມພາ, ທ່ານຫົວໜ້າຄະນະເຈລະຈາຂອງສະຫະພາບເອີລົບ (EU) ກ່ຽວກັບເລື່ອງອັງກິດ ຖອນອອກຈາກກຸ່ມນີ້ (ຫຼືເອີ້ນວ່າ Brexit), ທ່ານ Michel Barnier, ກ່າວເຕືອນວ່າ

ບັນຫາ Brexit: EU ປະຕິເສດຄວາມສາມາດເປັນໄປກ່ຽວກັບໄລຍະຂ້າມຜ່ານໂດຍບໍ່ມີກຳນົດ - ảnh 1 ບັນຫາ Brexit: EU ປະຕິເສດຄວາມສາມາດເປັນໄປກ່ຽວກັບໄລຍະຂ້າມຜ່ານໂດຍບໍ່ມີກຳນົດ

(ພາບປະກອບ: THX/ TTXVN)

ໄລຍະຂ້າມຜ່ານພາຍຫຼັງ Brexit ແກ່ຍາວໂດຍບໍ່ມີກຳນົດແມ່ນບໍ່ສາມາດເປັນໄປໄດ້, ພ້ອມທັງເນັ້ນໜັກວ່າ, ເອີລົບຕັດສິນໃຈສິ້ນສຸດໄລຍະດັ່ງກ່າວໃນທ້າຍປີ 2020. ກ່າວຄຳເຫັນພາຍຫຼັງລາຍງານກັບບັນດາລັດຖະມົນຕີ EU ກ່ຽວກັບວິວັດທະນາການເຈລະຈາ Brexit, ທ່ານ Barnier ໃຫ້ຮູ້ວ່າ, ເບິ່ງຄືວ່າ ລອນດອນ ພວມປາດຖະໜາຢາກຮັກສາໄລຍະຂ້າມຜ່ານພາຍຫຼັງ Brexit ໂດຍບໍ່ມີການກຳນົດ. ເຖິງຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ທ່ານນີ້ໄດ້ຢືນຢັນວ່າ ນີ້ແມ່ນສິ່ງທີ່ “ບໍ່ອາດເປັນໄປໄດ້”. ຄຽງຂ້າງນັ້ນ, ທ່ານ Barnier ກໍ່ປະຕິເສດຄວາມສາມາດເປັນໄປທີ່ວ່າ ອັງກິດຈະມີສິດຄັດເລືອກການພົວພັນລະຫວ່າງລອນດອນ - ບຣຸກແຊນ ພາຍຫຼັງ Brexit ຕາມແນວຄວາມຄິດຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ