ບັນຫາ Brexit: ຄະນະລັດຖະບານອັງກິດແກ້ໄຂບັນດາຄວາມແຕກຕ່າງ

(VOVWORLD) -ວັນທີ 23 ກຸມພາ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໄດ້ໃຫ້ດຳເນີນກອງປະຊຸມຢ່າງມີປະສິດທິຜົນກັບລັດຖະມົນຕີຫຼາຍທ່ານໃນຄະນະລັດຖະບານຂອງປະເທດນີ້ິ້ ເພື່ອແນໃສ່ປຶກສາຫາລືກ່ຽວກັບເລື່ອງອັງກິດ ຖອນຕົວອອກສະຫະພາບເອີລົບ (EU), ຫຼື ເອີ້ມວ່າ Brexit

ບັນຫາ Brexit: ຄະນະລັດຖະບານອັງກິດແກ້ໄຂບັນດາຄວາມແຕກຕ່າງ - ảnh 1 ຄະນະລັດຖະບານອັງກິດແກ້ໄຂບັນດາຄວາມແຕກຕ່າງ

(ພາບ: AFP/TTXVN)

ໃນນັ້ນໄດ້ເຫັນດີນຳກັນເນື້ອໃນຕົ້ນຕໍ່ໃນບົດກ່າວປາໄສທີ່ຈະມາເຖິງຂອງທ່ານນາງນາຍົກລັດຖະມົນຕີ ກ່ຽວກັບການພົວພັນໃນອະນາຄົດລະຫວ່າງອັງກິດ ກັບ EU. ໃນວັນດຽວກັນ,ໂຄສົກຂອງທ່ານນາງນາຍົກລັດຖະມົນຕີອັງກິດ ເນັ້ນໜັວ່າ, ກອງປະຊຸມໄດ້ດຳເນີນໃນບັນຍາກາດ “ຕັ້ງໜ້າທີ່ສຸດ” ເພື່ອແນໃສ່ແກ້ໄຂບັນດາຄວາມແຕກຕ່າງໃນລັດຖະບານກ່ຽວກັບຍຸດທະສາດກ່ຽວຂ້ອງເຖິງການສ້າງຕັ້ງການພົວພັນໃນອະນາຄົດລະຫວ່າງອັງກິດ - EU. ຄາດວ່າ, ລັດຖະບານອັງກິດ ຈະປຶກສາຫາລືແຜນການກ່ຽວຂ້ອງເຖິງກອງປະຊຸມປະຈຳໄລຍະເຊິ່ງຈັດຂຶ້ນໃນວັນອັງຄານປະຈຳອາທິດ ແລະ ທ່ານນາງນາຍົກລັດຖະມົນຕີ May ອາດຈະມີບົດກ່າວປາໄສສຳຄັນໃນວັນທີ 02 ມີນາ ກ່ຽວກັບບັນຫາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ