ບັນຫາ Brexit: ນາຍົກລັດຖະມົນຕີ ອັງກິດ ຢັ້ງຢືນຈະບັນລຸ “ຄວາມຄືບໜ້າອັນໃຫຍ່ຫຼວງ” ໃນບັນດາການເຈລະຈາກ່ຽວກັບ Brexit

(VOVWORLD) -   ວັນທີ 14 ກັນຍາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໃຫ້ຮູ້ວ່າ ທ່ານພວມບັນລຸໄດ້ “ຄວາມຄືບໜ້າອັນໃຫຍ່ຫຼວງ” ເພື່ອມຸ່ງໄປເຖິງຂໍ້ຕົກລົງກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກ ອີຢູ ຫຼື ຍັງເອີ້ນວ່າ Brexit.
ບັນຫາ Brexit: ນາຍົກລັດຖະມົນຕີ ອັງກິດ ຢັ້ງຢືນຈະບັນລຸ “ຄວາມຄືບໜ້າອັນໃຫຍ່ຫຼວງ” ໃນບັນດາການເຈລະຈາກ່ຽວກັບ Brexit - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson  (ພາບ: TTXVN)

ເມື່ອຕອບສໍາພາດຕໍ່ນັກຂ່າວໜັງສືພິມ The Mail, ທ່ານນາຍົກລັດຖະມົນຕີ ອັງກິດ ໃຫ້ຮູ້ວ່າ “ຈະມີວຽກງານຫຼາຍຢ່າງທີ່ຈະຕ້ອງເຮັດ ນັບແຕ່ນີ້ຮອດວັນທີ 17 ຕຸລາ” ເມື່ອວົງການການນໍາ ອີຢູ ໂຮມປະຊຸມໃນຂອບເຂດກອງປະຊຸມສຸດຍອດຄັ້ງສຸດທ້າຍ ກ່ອນທີ່ Brexit ຖືກດໍາເນີນຕາມແຜນການ. ທ່ານ Boris Johnson ໃຫ້ຮູ້ວ່າ Brexit ຍັງຄົງຈະດໍາເນີນໃນວັນທີ 31 ຕຸລາ ເຖິງວ່າບໍ່ບັນລຸໄດ້ຂໍ້ຕົກລົງ ກັບ ອີຢູ ກໍຕາມ.

         ປັດຈຸບັນ ທ່ານ Boris Johnson ພວມຊຸກຍູ້ຄໍາໝັ້ນສັນຍາ Brexit ຈະຖືກດໍາເນີນຢ່າງຖືກຕ້ອງຕາມກໍານົດເວລາ ຄືໃນວັນທີ 31 ຕຸລາ ເຖິງວ່າຈະມີ ຫຼື ບໍ່ມີຂໍ້ຕົກລົງ, ເຖິງຢ່າງໃດກໍຕາມ ບັນດາຄວາມມານະພະຍາຍາມຂອງທ່ານ ພວມປະເຊີນໜ້າກັບສິ່ງກີດຂວາງຫຼາຍຢ່າງ ເມື່ອບໍ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກສະພາແຫ່ງຊາດ ອັງກິດ.


ຕອບກັບ

ຂ່າວ/ບົດ​ອື່ນ