ບັນຫາ Brexit: ສະພາຕ່ຳອັງກິດເລີ່ມປຶກສາຫາລືຮ່າງກົດໝາຍຖອນອອກຈາກອີຢູ

(VOVWORLD) -ວັນທີ 14 ພະຈິກ, ສະພາຕ່ຳອັງກິດ ໄດ້ດຳເນີນການປຶກສາຫາລືຮ່າງກົດໝາຍຖອນອອກຈາກສະຫະພາບເອີລົບ (ອີຢູ), ຫຼື ເອີ້ນວ່າ Brexit. ຈຸດປະສົງຕົ້ນຕໍຂອງຮ່າງກົດໝາຍ Brexit ແມ່ນຍົກອອກບັນດາຂໍ້ກຳນົດຂອງອີຢູ ໃນປະມວນກົດໝາຍຂອງປະເທດອັງກິດ

ບັນຫາ Brexit: ສະພາຕ່ຳອັງກິດເລີ່ມປຶກສາຫາລືຮ່າງກົດໝາຍຖອນອອກຈາກອີຢູ - ảnh 1 ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May

(ພາບປະກອບ: AFP/TTXVN)

ເພື່ອແນໃສ່ຮັບປະກັນເລື່ອງອັງກິດ ຖອນອອກຈາກອີຢູ ຖືກດຳເນີນຢ່າງສະດວກ, ບໍ່ກໍ່ຄວາມວຸ້ນວາຍຫຼາຍຢ່າງ. ໃນມື້ທຳອິດ, ບັນດາສະມາຊິກລັດຖະສະພາໄດ້ປຶກສາຫາລືເປັນເວລາ 8 ຊົ່ວໂມງຢ່າງລຽນຕິດ ກ່ຽວກັບເລື່ອງ ຕ້ອງເຮັດແນວໃດເພື່ອສາມາດສ້າງບັນດາກົດໝາຍຂອງອີຢູ ເຊິ່ງ 40 ປີຜ່ານມາປະເທດອັງກິດ ໄດ້ປະຕິບັດເພື່ອນຳເຂົ້າກົດໝາຍຂອງອັງກິດ, ກໍຄືບົດບາດຂອງສານສູງສຸດອີຢູ.

        ທີ່ກອງປະຊຸມຄັ້ງທຳອິດນີ້, ບັນຫາເຊິ່ງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ຢາກຍົກອອກມາໃນຈຸດເວລາທີ່ອັງກິດ ຈະຖອນອອກຈາກອີຢູ (ໃນເວລາ 23 ໂມງ, ວັນທີ 29 ມີນາ 2019) ໄດ້ບັນທຶກຢ່າງລະອຽດໃນຮ່າງກົດໝາຍ. ເລື່ອງປ່ອນບັດໃຫ້ບັນດາຈຸດສຳຄັນຂອງຮ່າງກົດໝາຍຈະຖືກດຳເນີນໃນເດືອນທັນວາ ຈະມາເຖິງ.

        ພາຍຫຼັງປຶກສາຫາລືຮັບຮອງເອົາຢູ່ສະພາຕ່ຳ, ຮ່າງກົດໝາຍ Brexit ຈະໄດ້ຍື່ນສະເໜີຕໍ່ສະພາສູງ ເພື່ອໃຫ້ບັນດາສະມາຊິກລັດຖະສະພາປະກອບຄຳເຫັນ, ພິຈາລະນາອີກເທື່ອໜຶ່ງ, ຫຼັງຈາກນັ້ນຈຶ່ງຈະຍື່ນສະເໜີຕໍ່ພະລາຊະນີ ຮັບຮອງເອົາເພື່ອກາຍເປັນກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ