ບັນຫາ Brexit: ສະພາແຫ່ງຊາດອັງກິດກຳນົດເວລາປ່ອນບັດຄັ້ງຕໍ່ໄປກ່ຽວກັບການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ

(VOVWORLD) -ວັນທີ 05 ກັນຍາ, ທ່ານປະທານສະພາຕ່ຳອັງກິດ Jacob Rees Mogg ໃຫ້ຮູ້ວ່າ, ວັນທີ 09 ກັນຍາ ຈະມາເຖິງ ບັນດາສະມາຊິກລັດຖະສະພາອັງກິດ ຈະດຳເນີນການປ່ອນບັດອື່ນກ່ຽວກັບຂໍ້ສະເໜີທີ່ວ່າ ຄວນຈັດຕັ້ງການເລືອກຕັ້ງກ່ອນກຳນົດເວລາຫຼືບໍ່.

ບັນຫາ Brexit: ສະພາແຫ່ງຊາດອັງກິດກຳນົດເວລາປ່ອນບັດຄັ້ງຕໍ່ໄປກ່ຽວກັບການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ - ảnh 1 ທ່ານປະທານສະພາຕ່ຳອັງກິດ Jacob Rees Mogg

(ພາບ:  AFP/TTXVN)

ກ່ອນໜ້ານັ້ນ, ວັນທີ 04 ກັນຍາ, ສະພາຕ່ຳອັງກິດ ໄດ້ປ່ອນບັດປະຕິເສດຄຳສະເໜີຂອງທ່ານນາຍົກລັດຖະມົນຕີອັງກິດ Boris Johnson ຕໍ່ການຈັດຕັ້ງການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາໃນວັນທີ 15 ຕຸລາ ຈະມາເຖິງ, ພ້ອມທັງຮັບຮອງເອົາຮ່າງກົດໝາຍອາດສາມາດບັງຄັບໃຫ້ນາຍົກລັດຖະມົນຕີ ຕ້ອງໂຈະວິວັດທະນາການອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (ອີຢູ), ຫຼື ເອີ້ນວ່າ Brexit.

        ການກະທຳດັ່ງກ່າວຂອງສະພາຕໍ່ຳອັງກິດ ໄດ້ຮັບຖືວ່າແມ່ນຄວາມມານະພະຍາຍາມສະກັດກັ້ນເລື່ອງ Brexit ບໍ່ມີຂໍ້ຕົກລົງ, ຍ້ອນວ່າ ແຕ່ເມື່ອດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີອັງກິດ ເປັນເວລາ 6 ອາທິດຜ່ານມາ, ທ່ານ Boris Johnson ໄດ້ຖະແຫຼງຄວາມຕັດສິນໃຈເປັນຫຼາຍເທື່ອວ່າ ຈະນຳປະເທດອັງກິດ ຖອນຕົວອອກຈາກອີຢູ ໃນວັນທີ 31 ຕຸລາ 2019 ເຖິງວ່າມີ ຫຼື ບໍ່ມີຂໍ້ຕົກລົງກໍ່ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ