ບັນຫາ Brexit: ຫົວໜ້າຄະນະເຈລະຈາ ອີຢູ ມີຄວາມປະເອີບໃຈກ່ຽວກັບແງ່ຫວັງການເຈລະຈາກັບ ອັງກິດ

(VOVWORLD) - ວັນທີ 22 ພຶດສະພາ, ທ່ານ Michel Barnier, ຫົວໜ້າຄະນະເຈລະຈາຂອງສະຫະພາບ ເອີລົບ (ອີຢູ) ກ່ຽວກັບວິວັດທະນາການ ອັງກິດຖອນອອກຈາກ ອີຢູ (Brexit) ມີຄວາມເຊື່ອໝັ້ນວ່າ ຄວາມມານະພະຍາຍາມໃນການເຈລະຈາ Brexit ລະຫວ່າງ ອີຢູ ແລະ ອັງກິດ ຈະນຳຂໍ້ຕົກລົງຮ່ວມມາໃຫ້ທັງ 2 ຝ່າຍ.
ບັນຫາ Brexit: ຫົວໜ້າຄະນະເຈລະຈາ ອີຢູ ມີຄວາມປະເອີບໃຈກ່ຽວກັບແງ່ຫວັງການເຈລະຈາກັບ ອັງກິດ - ảnh 1 ພາບປະກອບ

ທ່ານ Barnier ຢັ້ງຢືນວ່າ: ວິວັດທະນາການເຈລະຈາ ອັງກິດ - ອີຢູ ບໍ່ອາດຖືກຕົກຢູ່ໃນສະພາບການບໍ່ມີທາງອອກ ຫຼື ບໍ່ຊອກໄດ້ທັດສະນະລວມ. ຄຳເຫັນດັ່ງກ່າວຂອງທ່ານ Barnier ໄດ້ຍົກອອກມາພາຍຫຼັງທີ່ທ່ານ David Davis, ຫົວໜ້າຄະນະເຈລະຈາ Brexit ຂອງ ອັງກິດ ໄດ້ອອກສຽງກ່າວເຕືອນ ລອນດອນ ວ່າຈະບໍ່ເຈລະຈາກັບ ອີຢູ ຖ້້າຫາກຄ່າໃຊ້ຈ່າຍຂອງ ອັງກິດ ຖອນອອກຈາກ ອີຢູ ທີ່ສະຫງວນໃຫ້ປະເທດນີ້ແມ່ນສູງໂພດ. ໃນຕົວຈິງແລ້ວ, ລັດຖະມົນຕີບາງທ່ານຂອງອັງກິດ ມີຄວາມໂກດເຄືອງຕໍ່ບັນດາຂໍ້ມູນຂ່າວທີ່ຖືວ່າ ອີຢູ ອາດຈະຮຽກຮ້ອງໃຫ້ລອນດອນ ປະກອບແຫຼ່ງການເງິນທີ່ມີມູນຄ່າປະມານ 100 ຕື້ ເອີໂຣ (ເທົ່າກັບ 86 ຕື້ປອນ). ຝ່າຍອີຢູ ຖືວ່າທຸກໆວຽກງານທີ່ພວມດຳເນີນແມ່ນມີຄວາມສະດວກສຳລັບບັນດາບັນຫາປະກອບການເງິນໃຫ້ ອີຢູ, ບັນຫາສິດຂອງພົນລະເມືອງ ແລະ ບັນຫາເສັ້ນຊາຍແດນລະຫວ່າງ ອັງກິດ - ອິດສະຣາແອນ.

ຕອບກັບ

ຂ່າວ/ບົດ​ອື່ນ