ບັນຫາ Brexit: ອັງກິດ ຈະສະເໜີສົນທິສັນຍາປ້ອງກັນຄວາມສະຫງົບສະບັບໃໝ່ກັບ ອີຢູ
(VOVWORLD) - ຖະແຫຼງການດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງເກີດການລະເບີດໃນລົດໄຟຟ້າທີ່ບັນຈຸຄົນຢ່າງຫຼວງຫຼາຍ ຢູ່ສະຖານີລົດໄຟຟ້າໃຕ້ດິນ Parsons Green ທາງພາກຕາເວັນຕົກນະຄອນຫຼວງ ລອນດອນ ພຽງໜຶ່ງວັນ.
ທ່ານນາງ Amber Rudd, ລັດຖະມົນຕີກະຊວງພາຍໃນ ອັງກິດ
(ພາບ: AFP/TTXVN)
|
ວັນທີ 16 ກັນຍາ, ທ່ານນາງ Amber Rudd, ລັດຖະມົນຕີກະຊວງພາຍໃນ ໃຫ້ຮູ້ວ່າ, ລັດຖະບານປະເທດນີ້ ຈະສະເໜີສົນທິສັນຍາປ້ອງກັນຄວາມສະຫງົບສະບັບໃໝ່ ເພື່ອຮັກສາລະດັບການຮ່ວມມືຕ້ານກໍ່ການຮ້າຍກັບ ສະຫະພາບ ເອີລົບ (ອີຢູ) ພາຍຫຼັງທີ່ ອັງກິດ ຖອນອອກຈາກກຸ່ມນີ້, ທີ່ຍັງເອີ້ນວ່າ Brexit. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານນາງ Rudd ບໍ່ໃຫ້ຮູ້ລາຍລະອຽດກ່ຽວກັບສົນທິສັນຍາເຊິ່ງ ອັງກິດ ສະເໜີນີ້ເທື່ອ.
ຖະແຫຼງການດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງເກີດການລະເບີດໃນລົດໄຟຟ້າທີ່ບັນຈຸຄົນຢ່າງຫຼວງຫຼາຍ ຢູ່ສະຖານີລົດໄຟຟ້າໃຕ້ດິນ Parsons Green ທາງພາກຕາເວັນຕົກນະຄອນຫຼວງ ລອນດອນ ພຽງໜຶ່ງວັນ. ມີຊາວໜຸ່ມອາຍຸ 18 ປີຖືກຈັບໃນວັນດຽວກັນ ຢູ່ທ່າກ່ຳປັ່ນ Dover ຍ້ອນຖືກລະແວງສົງໄສກ່ຽວຂ້ອງເຖິງເຫດວາງລະເບີດດັ່ງກ່າວ, ເຮັດໃຫ້ຢ່າງໜ້ອຍສຸດມີ 29 ຄົນຖືກຮັບບາດເຈັບ. ຕຳຫຼວດ ອັງກິດ ຢືນຢັນວ່າ ການຈັບຕົວນີ້ມີຄວາມໝາຍ “ພໍສົມຄວນ”, ແຕ່ຍັງຕ້ອງຮັກສາລະດັບນາບຂູ່ກໍ່ການຮ້າຍຢູ່ໃນລະດັບສູງສຸດ.