ບັນຫາ Brexit: ອັງກິດປາດຖະໜາຢ່າກມີຂໍ້ຕົກລົງດ້ານການຄ້າຮອບດ້ານກັບ EU

(VOVWORLD) -ວັນທີ 21 ມັງກອນ, ໜັງສືພິມ Bild (ຂອງເຢຍລະມັນ) ໄດ້ລົງພິມບົດຂຽນຂອງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ຊຶ່ງໃຫ້ຮູ້ວ່າ

ບັນຫາ Brexit: ອັງກິດປາດຖະໜາຢ່າກມີຂໍ້ຕົກລົງດ້ານການຄ້າຮອບດ້ານກັບ EU - ảnh 1ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May

(ພາບປະກອບ: THX/TTXVN)

ລອນດອນ ຢາກມີຂໍ້ຕົກລົງດ້ານການຄ້າຮອບດ້ານກັບສະຫະພາບເອີລົບ (EU) ພ້ອມກັບສົນທິສັນຍາປ້ອງກັນຊາດ ພາຍຫຼັງປະເທດນີ້ຖອນຕົວອອກຈາກກຸ່ມ EU. ທ່ານນາງ May ຢືນຢັນວ່າ, ລັດຖະບານອັງກິດ ບໍ່ຢາກລໍຖ້າຮອດກາລະໂອກາດສະດວກທີ່ສຸດຈຶ່ງຈະຊຸກຍູ້ການເຈລະຈາກັບອີຢູ. ຄຽງຂ້າງນັ້ນ, ຝ່າຍ ລອນດອນ ປາດຖະໜາຢາກມີຂໍ້ຕົກລົງດ້ານການຄ້າທີ່ມີຂອບຂະໜາດໃຫຍ່ກວ່າສຳລັບບັນດາຂໍ້ຕົກລົງເຊິ່ງ EU ມີກັບການາດາ ແລະ ນອກແວ, ຍ້ອນວ່າອັງກິດ ພວມເຈລະຈາໃນຖານະບົດບາດທີ່ແຕກຕ່າງເມື່ອທຽບໃສ່ບັນດາປະເທດດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ