ບັນຫາ Brexit: ອຽກລັງຢາກໃຫ້ອັງກິດປ່ຽນແປງຫຼັກໝັ້ນຂອງຕົນໂດຍໄວ

(VOVWORLD) -ວັນທີ 12 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດອຽກລັງ Simon Coveney ສະແດງຄວາມເຊື່ອໝັ້ນວ່າ, ສະຫະພາບເອີລົບ (ອີຢູ) ຈະມີການຕອບຄືນຢ່າງຕັ້ງໜ້າ ຖ້າຫາກວ່າ ອັງກິດ ປ່ຽນແປງທັດສະນະໃນການເຈລະຈາ Brexit ໃນອາທິດຈະມາເຖິງ.

ບັນຫາ Brexit: ອຽກລັງຢາກໃຫ້ອັງກິດປ່ຽນແປງຫຼັກໝັ້ນຂອງຕົນໂດຍໄວ - ảnh 1ທ່ານລັດຖະມົນຕີການຕ່າງປະເທດອຽກລັງ Simon Coveney

(ພາບປະກອບ: AFP/TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງມີການປະຊຸມກັບພັກ Fine Gael, ທ່ານລັດຖະມົນຕີການຕ່າງປະເທດ Simon Coveney ໃຫ້ຂໍ້ສັງເກດວ່າ, ປະຈຸບັນຍັງມີຄວາມແຕກຕ່າງກັນຢ່າງໃຫຍ່ຫຼວງລະຫວ່າງບັນດາຂໍ້ສະເໜີຂອງອັງກິດ ກັບຂໍ້ສະເໜີຂອງອຽກລັງ ແລະ ອີຢູ ຈະຄິດໄລ່ຊັ່ງຊາ. ອຽກລັງ ປາດຖະໜາວ່າ ບັນຫາຊາຍແດນຈະໄດ້ຮັບການແກ້ໄຂໃນໄລຍະທີ່ມີການເຈລະຈາ.

        ທ່ານລັດຖະມົນຕີການຕ່າງປະເທດ Simon Coveney ສະແດງຄວາມຫວັງວ່າ, ໃນຊຸມອາທິດຈະມາເຖິງ ຈະໄດ້ເຫັນການປ່ຽນແປງຫຼັກໝັ້ນ ແລະ ການເຈລະຈາຂອງອັງກິດ, ເພື່ອໃຫ້ອີຢູ ສາມາດມີການຕອບຄືນທີ່ຕັ້ງໜ້າຕໍ່ທັດສະນະທີ່ມີຄວາມກົມກຽວທາງຜົນປະໂຫຍດຂອງທັງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ