ບັນຫາຕ້ານກໍ່ການຮ້າຍ: 95% ຜືນແຜ່ນດິນຂອງ IS ຖືກເສຍສິດຄວບຄຸມ

(VOVWORLD) - ວັນທີ 16 ພະຈິກ, ທະຫານປະສົມຕ້ານອົງການລັດອິດສະລາມ IS ໂດຍ ອາເມລິກາ ນຳໜ້າປະກາດວ່າ:


95% ເນື້ອທີ່ດິນຂອງ “ລາຊະອານາຈັກອິດສະລາມ” ເຊິ່ງອົງການກໍ່ການຮ້າຍນີ້ ເຄີຍປະກາດກ່ອນນີ້ 3 ປີຢູ່ ອີຣັກ ແລະ ຊີຣີ ຖືກເສຍໄປແລ້ວ. ທູດພິເສດ ອາເມລິກາ ປະຈຳກຳລັງທະຫານປະສົມ ທ່ານ Brett McGurk ໃຫ້ຮູ້ວ່າ: “ນັບແຕ່ເມື່ອກຳລັງທະຫານປະສົມໄດ້ຮັບການສ້າງຕັ້ງໃນປີ 2014, ມາຮອດປັດຈຸບັນ 95% ເນື້ອທີ່ດິນ ເຊິ່ງ IS ເຄີຍຄວບຄຸມຢູ່ ຊີຣີ ແລະ ອີຣັກ” ໄດ້ເສຍໄປແລ້ວ. ທ່ານ Brett McGurk ໃຫ້ຮູ້ຕື່ມອີກວ່າ ປະຊາຊົນໄດ້ຮັບການປົດປ່ອຍອອກຈາກການຄວບຄຸມຂອງ IS ກ່ວາ 7,5 ລ້ານຄົນ ແລະ ສະພາບການດ້ານການເງິນຂອງອົງການນີ້ ໃນປັດຈຸບັນແມ່ນຢູ່ລະດັບຕ່ຳສຸດ ນັບແຕ່ກ່ອນມານີ້.

        ນອກຈາກນັ້ນ, ທ່ານ Brett McGurk ຢືນຢັນວ່າ ບັນດາມືປືນຕ່າງປະເທດທີ່ ຊອກຫາວິທີເຂົ້າເປັນສະມາຊິກ IS ຢູ່ ຊີຣີ “ເກືອບຄືວ່າໄດ້ຢຸດຕິແລ້ວ” ແລະ ພວກກະບົດອິດສະລາມຖືກຈັບໃນຂະນະຊອກຫາວິທີຂ້າມຊາຍແດນ ນັບມື້ນັບເພີ່ມຂຶ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ