ບັນຫາປອດນິວເຄຼຍໃນແຫຼມ ເກົາຫຼີ ອາດສາມາດແກ້ໄຂຜ່ານການເຈລະຈາ

ບັນຫາປອດນິວເຄຼຍໃນແຫຼມ ເກົາຫຼີ ອາດສາມາດແກ້ໄຂຜ່ານການເຈລະຈາ - ảnh 1
ປະຊາຊົນ ແລະ ທະຫານ ສປປ ເກົາຫຼີ ເຂົ້າຮ່ວມງານໂຮມຊຸມນຸນ ສະໜັບສະໜູນການນຳ Kim Jong-un (ພາບ:KCNA/Reuters)

(vovworld) - ບັນຫາ​ປອດ​ນິວ​ເຄຼຍ​ໃນ​ແຫຼມ ​ເກົາຫຼີ ອາດ​ສາມາດ​ແກ້​ໄຂ​ໃນ​ຂອບ​ເຂດ​ການ​ເຈລະຈາ 6 ຝ່າຍ, ​ເຊິ່ງລວມມີ: ລັດ​ເຊຍ, ອາ​ເມ​ລິ​ກາ, ຈີນ, ຍີ່ປຸ່ນ, ສ ​ເກົາຫຼີ ​ແລະ ສປປ ​ເກົາຫຼີ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ເມື່ອ​ວັນ​ທີ 5/4 ຢູ່​​ມົດ​ສະ​ກູ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ Alexander Lukashevich ຊີ້​ແຈ້ງ​ທັດສະນະ​ຂອງ​ລັດ​ເຊຍ ​ແມ່ນ​ຢຸດຕິ​ບັນດາ​ການ​ກະທຳ​ທີ່​ອັນຕະລາຍ​ໃນ​ແຫຼມ ​ເກົາຫຼີ, ສ້າງ​ເງື່ອນ​ໄຂ​ເພື່ອ​ເຊື່ອມ​ຕໍ່​ການ​ເຈລະຈາ 6 ຝ່າຍ​ໂດຍ​ໄວ. ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ​ເນ​ັ້ນໜັກ​ວ່າ: ສະພາບ​ການ​ໃນ​ແຫຼມ ​ເກົາຫຼີ ສືບ​ຕໍ່​​ເຄັ່ງ​ຕຶງ ​ແລະ ສັບສົນ​ຫຼາຍ. ​ແລະ ພຽ​ງ​ແຕ່​ມີ​ກົນ​ໄກ​ເຈລະ​ຈາ 6 ຝ່າຍ​ໃໝ່​ຈຶ່ງສາມາດ​ຊ່ວຍ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ໃຫ້​ແກ່​ວິ​ກິດ​ການ​ຢູ່​ທີ່​ນີ້. ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ​ເນັ້ນ​ໜັກ​ວ່າ: ​ໂດຍ​ແມ່ນ​ປະ​ເທດ​ກຳມະການ​ປະຈຳການ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ລັດ​ເຊຍ ຖື​ເລື່ອງ ສປປ ​ເກົາຫຼີ ບໍ່​ປະຕິບັດ​ບັນດາ​ມະຕິ​ກ່ຽວ​ກັບ​ການ​ບໍ່​​ແຜ່ຂະຫຍາຍ​ອາວຸດ​ນິວ​ເຄຼຍ​ແມ່ນ​ສິ່ງ​ທີ່​ບໍ່​ອາດ​ຮັບ​ຮູ້​ໄດ້.

ຂ່າວ/ບົດ​ອື່ນ