ບັ້ນຮົບປົດປ່ອຍເຂດພູພຽງບໍລິເວນແມ່ນສັນຍາລັັກຂອງນຳ້ໃຈສາມັກຄີຫວຽດນາມ-ລາວ

ບັ້ນຮົບປົດປ່ອຍເຂດພູພຽງບໍລິເວນແມ່ນສັນຍາລັັກຂອງນຳ້ໃຈສາມັກຄີຫວຽດນາມ-ລາວ - ảnh 1
(ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ
“ບັ້ນ​ຮົບ​ປົດ​ປ່ອຍ​ເຂດ​ພູ​ພ​ຽງ​ບໍ​ລິ​ເວນ 1971 - 1972”)

(vovworld) - ບັ້ນ​ຮົບ​ປົດ​ປ່ອຍ​ເຂດ​ພູ​ພ​ຽງ​ບໍ​ລິ​ເວນແມ່ນ​ສັນ​ຍ​າ​​ລັັກ​ຂອງ​ນຳ​້​ໃຈ​ສາ​ມັກ​ຄີ​ຫວຽດ​ນາມ​-ລາວ, ນີ້​ແມ່ນ​ຄຳ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ກັນ​ຂອງ​ບັນ​ດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວ​ມກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ “ບັ້ນ​ຮົບ​ປົດ​ປ່ອຍ​ເຂດ​ພູ​ພ​ຽງ​ບໍ​ລິ​ເວນ 1971 - 1972”, ເຊິ່ງ​ຖືກ​ດຳ​ເນີນ​ຢູ່​ແຂວງ ຈຳ​ປາ​ສັກ, ປະ​ເທດ​ລາວ ໃນ​ວັນ​ທີ 05/04. ກ​ອງ​ປະ​ຊຸ​ມ​ສຳ​ມະ​ນາ​ແມ່ນ​ໂອ​ກາດ​ເພື່​ອ​ຫວນ​ຄືນ​ປະ​ຫວັດ​ສາດ​ການຕໍ່​ສູ້​ຢ່າງ​ພິ​ລະ​ອາດ​ຫານ​​ຂອງ​ປະ​ຊາ​ຊົນ​ລາວ ບັນ​ດາ​ເຜົ່າ, ໂດຍ​ສະ​ເພາະ​ແມ່ນ​ປະ​ຊາ​ຊົນ​ບັນ​ດາ​ແຂວງ​ທາງ​ພາກ​ໃຕ້​ຂອ​ງ​ລາວ ໃນ​ການ​ຕໍ່​ສູ້​ຕ້ານ​​ພວກຈັກ​ກະ​ພັດ, ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ແລະ ​ໃໝ່. ບັນ​ດາ​ຜູ້​ແທນ​ໄດ້​ຖື​ວ່າ, ພຶດ​ຕິ​ກຳ​ຕົວ​ຈິງ ແລະ ບົດ​ຮຽນໃນ​ປະ​ຫວັດ​ສາດ​ຂອງບັ້ນ​ຮົບ​ປົດ​ປ່ອຍ ກໍ​ໄດ້​ຊ​ີ້​ໃຫ້​ເຫັນ​ຄວາມ​ປະ​ລາ​ໄຊ​​ຢ່າງ​ໜັກ​ໜ່ວງ​ຂອງ​ພວກຈັກ​ກະ​ພັດ​ຜູ້​ຮຸກ​ຮານ, ໄດ້​ທຳ​ລາຍ​ທິດ​ສະ​ດີ​ຂອງ​ Nixon ​ທີ່​ວ່າ “ເອົາ​ຄົນ​ລາວ ​ຕີ​ຄົນ​ລາວ, ເອົາ​ຄົນ​ອາ​ຊ​ີ ຕີ​​ຄົນ​ອາ​ຊີ”. ໄຊ​ຊະ​ນະບັ້ນ​ຮົບ​ປົດ​ປ່ອຍ​​ເຂດພູ​ພ​ຽງ​ບໍ​ລິ​ເວນ​ໄດ້​ເປັນ​ກຸນ​ແຈເພື່ອ​ກ້າວ​ຂຶ້ນ​ປົດ​ປ່ອຍ​ທົ່ວ​ປະ​ເທດ​ລາວ. ​ບັນ​ດາບົດ​ປະ​ກອບ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​​ລ້ວນ​ແຕ່​ເຮັດ​ແຈ້ງ​​ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ​ສຳ​ພັນ​ທະ​ມິດສູ​້​ຮົບ​ລາວ - ຫວຽດ​ນາມ, ຫວຽດ​ນາມ - ລາວ ໃນ​ບັ້ນ​ຮົບ​ປົດ​ປ່ອຍ​ເຂດພູ​ພ​ຽງ​ບໍ​ລິ​ເວນ ປີ 1971 – 1972 ແລະ ບັນ​ດາບັ້ນ​ຮົບ​ອື່ນໆ​ຢູ່​ລາວ.

ຂ່າວ/ບົດ​ອື່ນ