ບຸນເຕັດແຫ່ງຄວາມອົບອຸ່ນເພື່ອເດັກທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ ແລະ ຜູ້ອອກແຮງງານ

(VOVWORLD) -ເພື່ອແນໃສ່ຊ່ວຍໃຫ້ພໍ່ແມ່ປະຊາຊົນທີ່ທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍໄດ້ຕ້ອນຮັບບຸນເຕັດດ້ວຍຄວາມອົບອຸ່ນ, ວັນທີ 14 ມັງກອນ ຢູ່ຫຼາຍທ້ອງຖິ່ນໄດ້ຈັດການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງເນື່ອງໃນໂອກາດນີ້.

ບຸນເຕັດແຫ່ງຄວາມອົບອຸ່ນເພື່ອເດັກທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ ແລະ ຜູ້ອອກແຮງງານ - ảnh 1 ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິ໊ຢຸງ ມອບຂອງຂວັນບຸນເຕັດໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຊາວເຜົ່າສ່ວນໜ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ

(ພາບ: TTXVN)

ຢູ່ແຂວງກວ໋າງຈິ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິ໊ຢຸງ ພ້ອມກັບຄະນະປະຕິບັດງານຂອງກະຊວງ ໄດ້ໄປມອບຂອງຂວັນບຸນເຕັດປີຊວດ 2020 ຈຳນວນ 400 ພູດ ໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຊາວເຜົ່າສ່ວນໜ້ອຍທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ. ທ່ານລັດຖະມົນຕີ ຫງວຽນຈິ໊ຢຸງ ຢືນຢັນວ່າ, ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່ເຖິງການດຳລົງຊີວິດຂອງປະຊາຊົນ, ພິເສດແມ່ນສຳລັບພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ.

          ຢູ່ແຂວງທ໊າຍບິ່ງ, ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ຈັດລາຍການ “ບຸນເຕັດແຫ່ງການເຕົ້າໂຮມ” ຕ້ອນຮັບບຸນເຕັດປີຊວດ 2020 ແລະ ມອບຂອງຂວັນໃຫ້ກຳມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ.

          ແລະກໍ່ໃນວັນດຽວກັນ, ຢູ່ປ້ອມປ້ອງກັນຊາຍແດນ ນາຮິ່ງ, ເມືອງ ວັນລ໊າງ, ແຂວງ ລ້າງເຊີນ, ໄດ້ຈັດລາຍການ “ຕ້ອນຮັບບຸນເຕັດກັບຄູອາຈານ ແລະ ນັກຮົບທະຫານປ້ອງກັນຊາຍແດນ”. ຢູ່ທີ່ນີ້, ບັນດາຄູອາຈານຢູ່ເຂດຊາຍແດນ ພ້ອມກັບນັບຮົບທະຫານຊາຍແດນໄດ້ແບ່ງປັນບົດຮຽນກ່ຽວກັບວຽກງານການສຶກສາ, ການຮຽນ - ການສອນ ສົມທົບກັບວຽກງານໂຄສະນາກ່ຽວກັບແຜນນະໂຍບາຍຂອງພັກ ແລະ ນະໂຍບາຍກົດໝາຍຂອງລັດ; ອົງການກຳມະບານຂະແໜງສຶກສາຫວຽດນາມ ໄດ້ຈັດພິທີມອບຂອງຂວັນໃຫ້ຄູອາຈານ ແລະ ນັກຮຽນ… ທ່ານ ຫວູມິງດຶກ, ປະທານກຳມະການຂະແໜງສຶກສາຫວຽດນາມ, ໃຫ້ຮູ້ວ່າ.

          “ໃນລາຍການດັ່ງກ່າວ, ນອກຈາກບັນດາຂອງຂວັນແລ້ວ, ພວກຂ້າພະເຈົ້າກໍ່ໄດ້ລະດົມຈຳນວນເງິນກວ່າ 1 ຕື້ດົ່ງ ເພື່ອເປັນຂອງຂວັນໃຫ້ແກ່ບັນດາໂຮງຮຽນ, ປ້ອມປ້ອງກັນຊາຍແດນ, ບັນດາຄູອາຈານ. ບັນດາຄູອາຈານ ແລະ ນັກຮົບ, ທະຫານຊາຍແດນໄດ້ເຂົ້າຮ່ວມການເຄື່ອນໄຫວຕ່າງໆໃນໂອກາດບຸນເຕັດ”.

          ຕອນຄ່ຳວັນທີ 14 ມັງກອນ, ຢູ່ແຂວງ ເຮົາຢາງ ກໍ່ໄດ້ຈັດລາຍການ “ຄວາມຮັກແພງໃນລະດູບານໃໝ່” ໃຫ້ແກ່ເດັກນ້ອຍໃນຄອບຄົວທຸກຍາກ, ປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ບັນດາເມືອງ, ເທດສະບານ 1.000 ນ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ