ບໍ່ມີຂໍ້ມູນຫຼັກຖານໃດສະແດງໃຫ້ເຫັນວ່າຕົວການເຫດກໍ່ການຮ້າຍຢູ່ຝຣັ່ງກ່ຽວຂ້ອງເຖິງIS

ບໍ່ມີຂໍ້ມູນຫຼັກຖານໃດສະແດງໃຫ້ເຫັນວ່າຕົວການເຫດກໍ່ການຮ້າຍຢູ່ຝຣັ່ງກ່ຽວຂ້ອງເຖິງIS - ảnh 1
ບັດຢູ່ອາໄສຂອງ Mohamed Lahouaiej Bouhlel
(ພາບ: AFP/ສຳນັກຂ່າວສານ ຫວຽດນາມ)

(vovworld) –  ວັນ​ທີ 18/7, ທ່ານ Francois Molins, ​ເຈົ້າ​ໜ້າ​ທີ່​​ໄອ​ຍະ​ການນະຄອນຫຼວງ ປາຣີ ​ໃຫ້​ຮູ້​ວ່າ: ບໍ່​ມີ​ຂໍ້​ມູນ​ຫຼັກ​ຖານ​​ໃດສະ​ແດງ​ໃຫ້​ເຫັນວ່າ Mohamed Lahouaiej Bouhlel, ຕົວ​ການ​ໃນ​ເຫດ​ກໍ່​ການ​ຮ້າຍ​ຢູ່​ນະຄອນ Nice, ປະ​ເທດ ຝຣັ່ງ, ມີ​ສ່ວນ​ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ອົງການ​ກໍ່​ກາ​ນຮ້າຍ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ, ​ເຖິງ​ວ່າ​ກ່ອນ​ນັ້ນ IS ​ໄດ້​ຍອມຮັບ​ກໍ່​ໃຫ້​​ເກີດ​ເຫດ​ບຸກ​ໂຈມ​ຕີ​ດ່ັງກ່າວ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ໝາກຜົນ​ຂອງ​ການ​ສື​ບສວນ​ໃນ​ຄອມ​ພິວ​ເຕີ​ຂອງ Mohamed Lahouaiej Bouhlel ສະ​ແດງ​ໃຫ້​ເຫັນ​ວ່າ: ລາວ​ມີ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງ​ບັນດາ​ຂະ​ບວນການ​ອິດສະ​ລາມ​ຫົວ​ຮຸນ​ແຮງ. ບັນດາ​ນັກ​ສືບສວນ ຝຣັ່ງ ​ໄດ້​ກຳນົດ​ວ່າ Mohamed Lahouaiej Bouhlel, ອາຍຸ 31 ປີ, ​ແມ່ນ​ຕົວ​ການ​ຂັບ​ລົດ​ຕ່ຳ​ໃສ່​ກຸ່ມ​ຄົນ​ຢູ່​ນະຄອນ Nice, ທາງ​ພາກ​ໃຕ້​ປະ​ເທດ ຝຣັ່ງ, ​ເຮັດ​​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 84 ຄົນ​ເສຍ​ຊີວິ​ດ ​ແລະ ປະມານ 100 ຄົນ​ຖືກ​ຮັບ​ບາດ​​ເຈັບ.


ຂ່າວ/ບົດ​ອື່ນ