ບໍ່ມີສັນຍານສະແດງໃຫ້ເຫັນວ່າສປປເກົາຫລີຍິງທົດລອງລູກສອນໄຟ

 
ບໍ່ມີສັນຍານສະແດງໃຫ້ເຫັນວ່າສປປເກົາຫລີຍິງທົດລອງລູກສອນໄຟ - ảnh 1
ລູກ​ສອນ​ໄຟ​ ຂອງ ສ​ປ​ປ ເກົາ​ຫລີ
ພາບ:internet

(vovworld) -  ວັນ​ທີ 13/4, ສຳນັກ​ຂ່າວສານ​ Yonhap ຂອງ​ສ​ເກົາຫລີ ​ໄດ້​ຄັດ​ແຫ​ລ່ງຂ່າວ​ລັດຖະບານຂອງ​ປະ​ເທດ​ນີ້​ໃຫ້ຮູ້​ວ່າ: ​ໃນ​ສອງ​ມື້​ຜ່ານ​ມາ, ສປປ ​ເກົາຫລີ​ໄດ້​ຢຸດຕິ​ການ​ຍົກຍ້າຍ​ບັນດາ​ພາຫະນະ​ຂົນ​ສົ່ງ​ທີ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ບໍລິພັນ​ຍິງ​ລູກ​ສອນ​ໄຟ​ໄລຍະ​ກາງຂອງ​ປະ​ເທດ​ນີ້, ສັນຍານ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ພຽງ​ຢາງ​ອາດ​ຈະ​ບໍ່​ດຳ​ເນີນ​ການຍິງ​ທົດ​ລອງ​ລູກ​ສອນ​ໄຟ. ​ໃນ​ຂະ​ນະ​ນັ້ນ, ວັນ​ທີ 13/4, ທີ່​ການ​​ເຈລະຈາ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ພວມ​ຢ້ຽມຢາມ​ປັກ​ກີ່​ງ, ທ່ານ ຫວາງ​ອີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ຮຽກຮ້ອງ​ປອດ​ອາວຸດ​ນິວ​ເຄຼຍ, ສ້າງສັນ​ຕິ​ພາບ ​ແລະ ​ພົບ​ປະ​ສົນທະນາ​ຢູ່​ແຫລມ​ເກົາຫລີ. ທ່ານ ຫວາງ​ອີ ຢືນຢັນ​ວ່າ: ຍາມ​ໃດ​ປັກ​ກີ່​ງກໍ​ມີ​ທັດສະນະ​ສະ​ເໝີ​ຕົ້ນ​ສະ​ເຫມີ​ປາຍ​ກ່ຽວ​ກັບ​ບັນຫາ​ໃນ​ແຫລມ​ເກົາຫລີ. ຈີນ ສະຫນັບສະຫນູນ​ແຫລມ​ເກົາຫລີ​ ປອດ​ອາວຸດ​ນິວ​ເຄຼຍ ​ແລະ ​ແກ້​ໄຂ​ບັນຫາ​ຜ່ານ​ການ​ພົບ​ປະ​ສົນທະນາ.

ຂ່າວ/ບົດ​ອື່ນ