ບໍລິສັດການບິນ ສ.ເກົາຫຼີ ເພີ່ມ ບັນດາຖ້ຽວບິນໄປຍັງດ່າໜັງ

(VOVWORLD) - ຕາມຕົວເລກສະຖິຕິຂອງກົມໃຫຍ່ສະຖິຕິ ຫວຽດນາມ ແລ້ວ, ໃນເດືອນມັງກອນ ປີ 2019, ຈຳນວນແຂກທ່ອງທ່ຽວຊາວ ສ.ເກົາຫຼີ ມາ ຫວຽດນາມ ໄດ້ເພີ່ມຂຶ້ນ 23% ເມື່ອທຽບໃສ່ໄລຍະດຽວກັນປີ 2018.

ເພື່ອແນໃສ່ຕອບສະໜອງຄວາມຕ້ອງການຂອງຜູ້ໂດຍສານ, ບໍລິສັດການບິນ Air Busan  ຂອງ ສ.ເກົາຫຼີ ຈະເພີ່ມບັນດາຖ້ຽວບິນໄປຍັງນະຄອນ ດ່າໜັງ ຂອງ ຫວຽດນາມ ພ້ອມດ້ວຍບັນດານະຄອນອື່ນໆຢູ່ອາຊີ. ຕາມນັ້ນແລ້ວ, ນັບແຕ່ວັນທີ 31 ມີນາ - 25 ພຶດສະພາ, ບໍລິສັດການບິນ Air Busan  ຈະເພີ່ມບັນດາຖ້ຽວບິນ Busan - ດ່າໜັງ, ດ່າໜັງ - Bu san ຕື່ມອີກ4ຖ້ຽວ, ຍົກຈຳນວນຖ້ຽວບິນດັ່ງກ່າວຂຶ້ນ 11 ຖ້ຽວ ຕໍ່ ອາທິດ.

        ຕາມຕົວເລກສະຖິຕິຂອງກົມໃຫຍ່ສະຖິຕິ ຫວຽດນາມ ແລ້ວ, ໃນເດືອນມັງກອນ ປີ 2019, ຈຳນວນແຂກທ່ອງທ່ຽວຊາວ ສ.ເກົາຫຼີ ມາ ຫວຽດນາມ ໄດ້ເພີ່ມຂຶ້ນ 23% ເມື່ອທຽບໃສ່ໄລຍະດຽວກັນປີ 2018, ລື່ນກາຍປະເທດ ຈີນ ກາຍເປັນປະເທດທີ່ມີຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ ຫຼາຍທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ