ບໍລິສັດຮ່ວມທຸລະກິດໂທລະຄົມຫວຽດນາມ-ລາວໜູນຊ່ວຍການກໍ່ສ້າງໂຮງຮຽນຢູ່ແຂວງບໍລິຄຳໄຊ

ບໍລິສັດຮ່ວມທຸລະກິດໂທລະຄົມຫວຽດນາມ-ລາວໜູນຊ່ວຍການກໍ່ສ້າງໂຮງຮຽນຢູ່ແຂວງບໍລິຄຳໄຊ - ảnh 1

(vovworld) - ວັນ​ທີ 2/7, ບໍລິສັດ Star Telecom, ​ເຊິ່ງ​ແມ່ນ​ບໍລິສັດ​ຮ່ວມ​ທຸລະ​ກິດ​ລະຫວ່າງ​ບໍລິສັດ​ໂທລະ​ຄົມ​ລາວ - Asia ສັງກັດ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ​ແລະ ບໍລິສັດ Viettel ສັງກັດ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ​, ສົມທົບ​ກັບ​ສະມາຄົມ​ຊາວ​ຫວຽດນາມ ​ຢູ່​ແຂວງ​ບໍລິ​ຄຳ​ໄຊ ຈັດ​ຕັ້ງ​ພິທີ​ໜູນ​ເຫຼືອ​ທຶນ​ກໍ່ສ້າງ​ໂຮງຮຽນ​ມິດຕະພາບລາວ - ຫວຽດນາມ ຢູ່​ແຂວງ​ນີ້. ​ໂຮງຮຽນ​ຖືກ​ກໍ່ສ້າງ​ໃນ​ເນື້ອ​ທີ່​ປະມານ 250 ຕາ​ແມັດ, ຢູ່​ເມືອງ​ປາກ​ຊັນ, ດ້ວຍ​ຈຳນວນ​ທຶນ​ທັງ​ໝົດ​ແມ່ນ 62.00 USD, ​ໃນ​ນັ້ນບໍລິສັດ Star Telecom ໜູນ​ຊ່ວຍ 27.000 USD. ​ເມື່ອ​ກິດຈະກຳ​ຖືກ​ນຳ​ເຂົ້າ​ໃຊ້​ການ ຈະ​ຊ່ວຍ​ລູກ​ຫຼານ​ປະຊາຊົນ​ແຂວງບໍລິ​ຄຳ​ໄຊ ມີ​ຮາກ​ຖານ​ສຶກສາ, ບຳລຸງ​ສ້າງ, ຮັບປະກັນ​ເງື່ອນ​ໄຂ​ຮຳ່ຮຽນ ​ແລະ ຫຼໍ່​ຫຼອມ​ຢ່າງ​ຄົບ​ຖ້ວນ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​​ແຂວງບໍລິ​ຄຳ​ໄຊ ​ເວົ້າ​ສະ​ເພາະ ​ແລະ ປະ​ເທດ​ລາວ​ ​ເວົ້າ​ລວມ.


ຂ່າວ/ບົດ​ອື່ນ