ບໍ່ຮັບຮູ້ບັນດາໂຄງການລົງທຶນກໍ່ມົນລະພິດເຖິງສິ່ງແວດລ້ອມ

ບໍ່ຮັບຮູ້ບັນດາໂຄງການລົງທຶນກໍ່ມົນລະພິດເຖິງສິ່ງແວດລ້ອມ - ảnh 1
ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ຂະ​ແຫນງ​ແຜນ​ການ ແລະ ການ​ລົງ​ທຶນ
ພາບ:internet

 (vovworld)- ບໍ່​ຮັບ​ຮູ້​ບັນ​ດາ​ໂຄງ​ການ​ລົງ​ທຶນກໍ່​ມ​ົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ ຫງວຽນ​ຈີ​ຢູງ, ລັດ​ຖະ​ມົນ​ຕີກ​ະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໃນ​ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ຂະ​ແຫນງ​ແຜນ​ການ ແລະ ການ​ລົງ​ທຶນ ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 16/7 ຢູ່ ນະ​ຄອນ ຍາ​ຈາງ ແຂວງ ແຄງ​ຮ​ວ່າ. ທ່ານ ຫງວຽນ​ຈີ​ຢູງ ສະ​ເຫນີ: ຄວນ​ປະ​ຕິ​ບັດຂັ້ນ​ຕອນກວດ​ກາຢັ້ງ​ຢືນ, ອອກ​ຫນັງ​ສື​ຈົດ​ທະ​ບຽນ​ການ​ລົງ​ທຶນ, ຕັດ​ສິນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຢ່າງ​ເຂັ້ມ​ງວດ, ຄົບ​ຖ້ວນ, ພິ​ເສດ​ແມ່ນ​ບັນ​ດາ​ໂຄງ​ການ​ອຸດ​ສາ​ຫະ​ກຳ​ຂະ​ຫນາດ​ໃຫຍ່, ຢູ່​ເຂດ​ແຄມ​ທະ​ເລ ແລະ ເຂດ​ມີ​ປະ​ຊາ​ຊົນ​ດຳ​ລົງ​ຊີ​ວິດເປັນ​ຈຳ​ນວນ​ຫລວງ​ຫລາຍ.  ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີງ​ເຫ້ວ ຖື​ວ່າ ປະ​ຈຸ​ບັນ ມີ​ຫລາຍ​ທ້ອງ​ຖິ່ນ​ຢາກ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່​ເພື່ອ​ແກ້​ໄຂວຽກ​ເຮັດ​ງານ​ທຳ, ເພີ່ມ​ຂອບ​ຂະ​ຫນາດ​ການ​ສົ່ງ​ອອກ​ໃຫ້​ທ້ອງ​ຖິ່ນ​ຕົນ. ແຕ່​ຄວນ​ໃສ່​ໃຈ​ເຖິງ​ການ​ດຶງ​ດູດ​ບັນ​ດາ​ວິ​ສາ​ຫະ​ກິດ​ມີ​ເຕັກ​ໂນ​ໂລ​ຊີ​ສູງ, ຄວນ​ຫນູນ​ຊ່ວຍ​ບັນ​ດາ​ວິ​ສ​າ​ຫະ​ກິ​ດ​ຂະ​ຫນາດ​ກາງ ແລະ ນ້ອຍ​ມີ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄຫມ, ຄຸ້ມ​ຄອງ​ເປັນ​ຢ່າງ​ດີ, ເໝາະ​ສົມ​ກັບ​ການ​ກຳ​ນົດ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ