ບາງ​ປະ​ເທດ​​ປະ​ກາດຊາບ​ຈະ​ຍົກ​ຍ້າຍ​ພົນ​ລະ​ເມືອງ​ອອກ​ຈາກ ນີ​ເຊ

(VOVWORLD) - ວັນທີ 1 ສິງຫາ, ຫຼາຍປະເທດເອີຣົບ ໄດ້ປະກາດເລື່ອງຍົກຍ້າຍພົນລະເມືອງອອກຈາກ ນີເຊ ຍ້ອນການກໍ່ລັດຖະປະຫານ ຢູ່ປະເທດ ອາຟະລິກາຕາເວັນຕົກນີ້.
ບາງ​ປະ​ເທດ​​ປະ​ກາດຊາບ​ຈະ​ຍົກ​ຍ້າຍ​ພົນ​ລະ​ເມືອງ​ອອກ​ຈາກ ນີ​ເຊ - ảnh 1ກຳລັງປ້ອງກັນຄວາມສະຫງົບ ນີເຊ ຍົກເລີກການເຕົ້າໂຮມແຫ່ຂະບວນປະທ້ວງສະໜັບສະໜູນການລັດຖະປະຫານ ຢູ່ນອກສະຖານທູດ ຝລັ່ງ (ພາບ: Reuters)

ຮອດຮຸ່ງເຊົ້າວັນທີ 02 ສິງຫາ, ກອງທັບ ຝລັ່ງ ໄດ້ສຳເລັດການປະຕິບັດຖ້ຽວບິນທຳອິດສົ່ງພົນລະເມືອງ ຝລັ່ງ ແລະ ບັນດາປະເທດ ເອີຣົບ ອືນ ຄື, ອີຕາລີ, ແບນຊິກ, ລຸກຊຳບວກ, ເຢຍລະມັນ, ແດນມາກ ອອກຈາກນະຄອນຫຼວງ Niamey ຂອງ ນີເຊ.  ເຖິງຢ່າງໃດກໍຕາມ, ປັດຈຸບັນ ຝລັ່ງ ຍັງບໍ່ທັນມີແຜນການຖອນກຳລັງທະຫານ 1.500 ຄົນ ທີ່ພວມປະຈຳການຢູ່ ນີເຊ. ກ່ອນໜ້ານັ້ນ, ແອັດສະປາຍ ແລະ ອີຕາລີ ປະກາດວ່າ ພວມກະກຽມບັນດາຖ້ຽວບິນສົ່ງພົນລະເມືອງກັບເມືອປະເທດ. ເຢຍລະມັນ ກໍ່ກະຕຸກຊຸກຍູ້ພົນລະເມືອງກັບເມືອປະເທດ ຜ່ານຖ້ຽວບິນຍົກຍ້າຍຂອງ ຝລັ່ງ. ປັດຈຸບັນ, ກຳລັງກໍ່ລັດຖະປະຫານໄດ້ປິດປະຕູເຂດນ່ານຟ້າ ນີເຊ ກໍ່ຄວາມຫຍຸ້ງຍາກໃຫ້ແກ່ການຍົກຍ້າຍພົນລະເມືອງ ຝລັ່ງ ແລະ ເອີຣົບ ອອກຈາກປະເທດນີ້.

        ໃນຂະນະນັ້ນ, ໃນວັນດຽວກັນ, ສະຫະພາບເອີຣົບ ກໍໃຫ້ຮູ້ວ່າ ຍັງບໍ່ທັນຂຶ້ນແຜນການຍົກຍ້າຍພະນັກງານປະຈຳຢູ່ ນີເຊ ເທື່ອ, ແຕ່ເຂົາເຈົ້າສາມາດກັບເມືອປະເທດຖ້າມີຄວາມຕ້ອງການ.

ຕອບກັບ

ຂ່າວ/ບົດ​ອື່ນ