ປີ 2014 : ຂະແໜງຕຳແຜ່ນຕັດຫຍິບວາງຄາດໝາຍບັນລຸວົງເງິນສົ່ງອອກ 23 ຕື້ USD

ປີ 2014 : ຂະແໜງຕຳແຜ່ນຕັດຫຍິບວາງຄາດໝາຍບັນລຸວົງເງິນສົ່ງອອກ 23 ຕື້ USD  - ảnh 1
(ພາບປະກອບ)

(vovworld)- ສະຫະ​ສະມາຄົມ​ຕຳ​ແຜ່ນ​ຕັດຫຍິບຫວຽດນາມ​ຖື​ວ່າ ຕະຫຼາດ​ສົ່ງ​ອອກ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ປີ 2014 ​ມີຄວາມ​ສະດວກ​ຫຼາຍ​ຢ່າງ, ຂະນະ​ທີ່​ບັນດາ​ຕະຫຼາດ​ສົ່ງ​ອອກ​​ໃຫຍ່​ຂອງ​ຫວຽດນາມ​ຄື ອາ​ເມ​ລິ​ກາ, EU, ຍີ​ປຸ່ນ, ສ.​ເກົາຫຼີ...ມີ​ການ​ຄາດ​ຄະ​ເນ​ລະດັບການ​ເຕີບ​ໂຕ​ຈະ​ດີ​ຂຶ້ນ. ພ້ອມ​ກັນ​ນັ້ນ, ບັນດາ​ສັນຍາ​ການ​ຄ້າ, ພິ​ເສດ​ແມ່ນ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຝິກ (TPP) ​ເຈລະຈາ​ສຳ​ເລັດ​ຜົນ​ຈະ​ນາມາ​ເຊິ່ງຫຼາຍ​ກາລະ​ໂອກາດ​ທີ່​ດີ​ໃຫ້​ແກ່​ວິ​ສາ​ຫະກິດ​ສົ່ງ​ອອກ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ຫວຽດນາມ. ທ່ານ ​ເລ​ຕ້ຽນ​ເຈືອງ ຮອງ​ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ​ຕຳ​ແຜ່ນ​ຕັດຫຍິບຫວຽດນາມ ​ໃຫ້​ຮູ້​ວ່າ:

    “ ພວກ​ຂ້າພະ​ເຈົ້າ​ໄດ້​ວາງ​ຄາດໝາຍການ​ເຕີບ​ໂຕ​ດ້ານ​ການ​ສົ່ງ​ອອກ​ປີ 2014 ​ແມ່ນ 12%, ນີ້​ແມ່ນ​ຕົວ​ເລກ​ທີ່​ອາດ​ເປັນ​ໄປ​ໄດ້. ສຳລັບ​ຂະ​ແໜງ​ຕຳ​ແຜ່ນ​ຕັດຫຍິບ ​ໃນ 15 ປີ​ມາ​ນີ້, ລ້ວນ​ແຕ່​ຮັກສາ​ລະດັບ​ການ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ. ພວກ​ຂ້າພະ​ເຈົ້າຄິດ​ວ່າ ວິທີ​ການ​ແກ້​ໄຂ​ໂດຍ​ພື້ນຖານ ​ແມ່ນ​ອີງ​ໃສ່ 4 ປັດ​ໄຈ​ຄື : ຄຸນ​ນະພາ​ບ, ລາຄາ, ລະດັບ​ຄວາມ​ໄວ​ຂອງ​ການ​ສະໜອງ​ໃຫ້​ທ້ອງ​ຕະຫຼາດ; ຄວາມ​ສາມາດ​ແກ້​ໄຂ​ບັນຫາ​ການ​ບໍລິການ​ຫຼັງ​ການ​ຂາຍ. ຢາກ​ສືບ​ຕໍ່ມີ​ການ​ແກ່ງ​ແຍ້​ງທີ່​ດີ, ​ໃນ​ແຕ່ລະ​ປີ​ຕ້ອງ​ປົວ​​ແປງ​ໃຫ້​ດີ​ກ່ວາ. ​ແລະ ນີ້​ກໍ​ແມ່ນ​ບັນຫານ​ອນ​ໃນ​ໝວດ​ມາດ​ຕະການ​ແກ້​ໄຂ​ເພື່ອ​ໃຫ້​ພວກ​ຂ້າພະ​ເຈົ້າ​ເຮັດ​ສຳ​ເລັດ​ໜ້າ​ທີ່​ການ​ສົ່ງ​ອອກ​ປີ 2014 ”

ຂ່າວ/ບົດ​ອື່ນ