ປີ 2016, ສືບຕໍ່ຍູ້ແຮງ 3 ຂອດບຸກທະລຸຍາດທະສາດໃນການພັດທະນາເສດຖະກິດ

ປີ 2016, ສືບຕໍ່ຍູ້ແຮງ 3 ຂອດບຸກທະລຸຍາດທະສາດໃນການພັດທະນາເສດຖະກິດ - ảnh 1
(ປີ 2016, ສືບຕໍ່ຍູ້ແຮງ 3 ຂອດບຸກທະລຸ
ຍາດທະສາດໃນການພັດທະນາເສດຖະກິດ)

(vovworld) –​ ຕອນ​ເຊົ້າ​ວັນ​ທີ 29/12, ກອງ​ປະ​ຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ ​ຂອງ​ລັດ​ຖະ​ບານກັບ​ບັນ​ດາ​ທ້ອງ​ຖິ່ນ​ຜັນ​ຂະ​ຫຍາຍ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ຄາດ​ຄະ​ເນ​ງົບ​ປະ​ມານ​ຂອງ​ລັດ​ປີ 2016, ສືບ​ຕໍ່​ດຳ​ເນີ​ນ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ. ກ່າວ​ຄ​ຳ​ເຫັນ​ສະ​ຫຼຸບກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ຖ​ື​ວ່າ, ໃນ​ສະ​ພາບ​ການໂລກ​າ​ພິ​ວັດ, ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ, ການ​ແ​ກ່ງ​ແຍ່ງ​​ໃນ​ເສດ​ຖະ​ກິດ​​ການ​ຕະ​ຫຼາດນັບ​ມື້​ນັບ​ຂ້ຽວ​ຂາດ, ປະ​ຊາ​ຄົມ​ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ, ​ສັນ​ຍາ​ກາ​ນ​ຄ້າ​ເສ​ລີ​​ຫຼາຍ​ສະ​ບັບ​ໄ​ດ້​ຮັບ​ການ​ລົງ​ນາມ ແລະ ພວມ​ເຄື່ອນ​ໄຫວ, 55 ປະ​ເທດ​ມີ​ສັນ​ຍາ​ການ​ຄ້າ​ກັບ​ຫວຽດ​ນາມ, ທັງ​ຮ່ວມ​ມື, ທັງ​ແກ່ງ​ແຍ່ງ​ແມ່ນ​ທ່າ​ອ່ຽງ​ຂອງ​ໂລກ ເຊິ່ງ​ຫວຽດ​ນາມບໍ່​ອາດ​ຢືນ​ຢູ່​ເບື້ອງນອກ​ໄດ້. ໃນ​ສະ​ພາບ​ການນັ້ນ, ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ອຳ​ນາດ​ກາ​ນປົກ​ຄອງ​ທຸກ​ຂັ້ນ​ຂອງ​ພະ​ຍາ​ຍາມ​ແກ້​ໄຂ​ສິ່ງ​ທີ່​ຈຳ​ກັດ, ອ່ອນ​ດ້ອຍ, ​ຄວາມຫຍຸ້ງ​ຍາກ, ຫັນ​ສິ່ງ​ທ້າ​ທາຍ​​ຄວາມ​ສະ​ດວກ, ມີ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຮັບ​ມືຕໍ່​ບັນ​ດາ​ການ​ຜັນ​ແປ​ໃໝ່ຢ່າງ​ທັນ​ການ… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນັ້ນ​ໜັກ​ວ່າ, ຕ້ອງ​ຄວບ​ຄຸ​ມໄພ​ເງິນ​ເຟີ້​ເປັນ​ຢ່າງ​ດີ, ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ, ແຕ່​ລະ​ກະ​ຊວງ, ​ແຕ່​ລະທ້ອງ​ຖ​ິ່ນ​ຕ້ອງ​ສືບ​ຕໍ່​ຍູ້​ແຮງ 3 ຂອດ​ບຸກ​ທະ​ລຸ​ຍຸດ​ທະ​ສາດ, ນັ້ນ​ແມ່ນ: ສ້າງ​ລະ​ບອບ​ເສດ​ຖະ​ກິດ​ການ​ຕະ​ຫຼາດ​ຕາມ​​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ​; ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຢ່າງ​ໄວ; ກໍ່ສ້າງ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ຢ່າງ​ຄົບ​ຊຸດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່, ແຕ່​ລະ​ຂະ​ແໜງ, ແຕ່​ລະ​ທ້ອງ​ຖິ່ນ​ຕ້ອງ​ປະ​ຕິ​ບັດ​ແຜນ​ການ​ສ້າງ​ໂຄງ​ປະ​ກອບ​​ການ​ລົງ​ທຶນ​ພາກ​ລັດ​ຄືນ​ໃໝ່​ເພື່ອ​ບັນ​ລຸ​ປະ​ສິດ​ທິ​ຜົນ; ສ້າງ​ເງື່ອນ​ໄຂ​ເພື່ອໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຊີ, ສ້າງ​ກຳ​ລັງ​ແກ່ງ​ແຍ່ງ.

      ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ເນັ້ນ​ໜັກ​ເຖິງ​​ຄວາມ​ເ​ອົາ​ໃຈ​ໃສ່​ພັດ​ທະ​ນາ​ວັດ​ທະ​ນະ​ທ​ໃນຳ​ສັງ​ຄົມ, ຄວາມ​ຍຸ​ຕິ​ທຳ​ສັງ​ຄົມ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ຜັນ​ຂະ​ຫຍາຍ​ບັນ​ດາ​ຂົງ​ເຂດ​ໃຫ້​ຄົບ​ຊຸດ​ຄື: ວັດ​ທະ​ນະ​ທຳ, ສັງ​ຄົມ, ສາ​ທາ​ລະ​ນະ​ສຸ​ກ, ການ​ສຶກ​ສາ… ໃນ​ນັ້ນ​​ສຸມ​ໃສ່​ຊີ້​ນຳ 2 ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ໃຫ້​ເປັນ​ຢ່າງ​ດີນັ້ນ​ແມ່ນ: ໂຄງ​ການ​ຫ​ຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ ແລະ ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່.

      ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ່າ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ຕ້ອງ​ສຸ​ມ​ໃສ່​ປະ​ຕິ​ຮູບ​ລະ​ບຽ​ບ​ການ​ບໍ​ລິ​ຫານ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ, ຫຼຸດ​ຜ່ອນ​ລາຍ​ຈ່າຍ, ຄວາມ​ຫຍຸ້ງ​ຍາກ​ໃຫ້​ວິ​ສາ​ຫ​ະ​ກິດ ແລະ ປະ​ຊາ​ຊົນ. ພິ​ເສດ​ແມ່ນ​ພັດ​ທະ​ນາ​ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ; ຍົກ​ສ​​ູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ການ​ຕ່າງ​ປະ​ເທດ, ເປັນ​ເ​ຈົ້າ​ການ​ເຊື່ອມ​ໂຍງ​ເ​ຂົ້າ​ກັບ​ສາ​ກົນ…

ຂ່າວ/ບົດ​ອື່ນ