ປີ 2018 ຈະໄດ້ເຫັນປະຈັກຕາການຜົນກະທົບຢ່າງຕັ້ງໜ້າຂອງການພົວພັນ ອັງກິດ - ຫວຽດນາມ

(VOVWORLD) - ວ່າການຢ້ຽມຢາມນີ້ຈະເຮັດໃຫ້ການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ອັງກິດ ຢ່າງເລິກເຊິ່ງກວ່າ, ພ້ອມທັງກຳນົດບັນດາຂົງເຂດຈະສືບຕໍ່ຮ່ວມມືໃນໄລຍະຈະມາເຖິງ.
ປີ 2018 ຈະໄດ້ເຫັນປະຈັກຕາການຜົນກະທົບຢ່າງຕັ້ງໜ້າຂອງການພົວພັນ ອັງກິດ - ຫວຽດນາມ - ảnh 1 ທ່ານ Mark Field ລັດຖະມົນຕີປະຈຳກະຊວງການຕ່າງປະເທດ ອັງກິດຮັບຜິດຊອບພາກພື້ນ ອາຊີ - ປາຊີຟີກ

ໃນວັນທີ 4 ມັງກອນ, ທ່ານ Mark Field ລັດຖະມົນຕີປະຈຳກະຊວງການຕ່າງປະເທດ ອັງກິດ ຮັບຜິດຊອບພາກພື້ນ ອາຊີ - ປາຊີຟີກ ໄດ້ມາ ຮ່າໂນ້ຍ ແລະ ເປັນປະທານການເຈລະຈາຍຸດທະສາດຄັ້ງທີ 6 ລະຫວ່າງ ອັງກິດ ແລະ ຫວຽດນາມ ພ້ອມກັບທ່ານ ບູ່ຍແທງເຊີນ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ. ທີ່ວາລະເຈລະຈາ, ສອງຝ່າຍໄດ້ປືກສາຫາລືກ່ຽວກັບບັນດາບັນຫາ, ໃນນັ້ນມີການຄ້າ ແລະ ການລົງທຶນສອງຝ່າຍ, ການຮ່ວມມືດ້ານການສຶກສາ, ວິທະຍາສາດ ແລະ ປ່ຽນໃໝ່ຫົວຄິດປະດິດສ້າງ; ການພົວພັນປ້ອງກັນຊາດລະຫວ່າງ ອັງກິດ ແລະ ຫຽດນາມ; ແລະ ບັນດາບັນຫາມີລັກສະນະທົ່ວໂລກຄືຄ້າຂາຍສັດປ່າຢ່າງຜິດກົດໝາຍ.

        ກ່າວຄຳເຫັນກ່ອນການຢ້ຽມຢາມ, ທ່ານ ລັດຖະມົນຕີ Mark Field ໄດ້ສະແດງຄວາມຫວັງວ່າການຢ້ຽມຢາມນີ້ຈະເຮັດໃຫ້ການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ອັງກິດ ຢ່າງເລິກເຊິ່ງກວ່າ, ພ້ອມທັງກຳນົດບັນດາຂົງເຂດຈະສືບຕໍ່ຮ່ວມມືໃນໄລຍະຈະມາເຖິງ. ຕາມທ່ານ Mark Field ແລ້ວ, ບັນດາຂົງເຂດເຊິ່ງສອງປະເທດສາມາດພ້ອມກັນຮ່ວມມືຢ່າງແຮງກວ່າອີກລວມມີ ການຄ້າ ແລະ ການລົງທຶນ, ການຮ່ວມມືດ້ານປ້ອງກັນຊາດ, ການຄົ້ນຄວ້າ ແລະ ປ່ຽນໃໝ່ຫົວຄິດປະດິດສ້າງ ກໍ່ຄືບັນດາບັນຫາສຳຄັນທົ່ວໂລກຄື ການປ້ອງກັນ ແລະ ຕ້ານບັນດາອາດຊະຍາກຳຢ່າງຮ້າຍແຮງ ແລະ ມີອົງການຈັດຕັ້ງ, ການຄ້າຂາຍສັດປ່າຢ່າງຜິດກົດໝາຍ ແລະ ຂ້າທາດທີ່ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ