ປີ2015ຂະແຫນງກວດກາຍົກສູງນ້ຳໃຈຄວາມຮັບຜິດຊອບ,ປະຕິບັດຫນ້າທີ່ໄດ້ຮັບການມອບໝາຍເປັນຢ່າງດີ

ປີ2015ຂະແຫນງກວດກາຍົກສູງນ້ຳໃຈຄວາມຮັບຜິດຊອບ,ປະຕິບັດຫນ້າທີ່ໄດ້ຮັບການມອບໝາຍເປັນຢ່າງດີ - ảnh 1
ທ່ານ ຮີ່ງ​ຟອງ​ແຈງ, ປະ​ທານ​ອົງ​ການກວດ​ກາ​ລັດ​ຖະ​ບານ
photo:internet

(vovworld)-​ໃນ​ລາຍ​ການ “ປະ​ຊາ​ຊົນ​ຖາມ-ລັດ​ຖະ​ມົນ​ຕີ​ຕອບ” ກ່ອນ​ເຂົ້າ​ສູ່​ປີ​ໃຫມ່​ປະ​ຈຳ​ຊາດ​ປີ​ມະ​ແມ, ທ່ານ ຮີ່ງ​ຟອງ​ແຈງ, ປະ​ທານ​ອົງ​ການກວດ​ກາ​ລັດ​ຖະ​ບານ ໃຫ້​ຮູ້​ວ່າ: ໃນ​ປີ 2015, ຂະ​ແຫນງກວດ​ກາ ໄດ້​ສຸມ​ໃສ່​ກວດ​ກາ​ຄວາມ​ຮັບ​ຜິດ​ຊອບ​ໃນ​ວຽກ​ງານ​ແກ້​ໄຂ​ຄຳ​ຮ້ອງ​ທຸກ, ກ່າວ​ຟ້ອງ, ເພື່ອ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ ສັງ​ຄົມ, ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ, ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ, ຮັບ​ໃຊ້​ຫນ​້າ​ທີ່​ການ​ເມືອງ​ເວົ້າ​ລວມ ແລະ ຮັບ​ໃຊ​້ກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ​ເວົ້າ​ສະ​ເພາະ. ກ່ຽວ​ກັບ​ວຽກ​ງານ​ປ້ອງກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ຂະ​ແຫນງກວດ​ກາ ສ້າງ​ລະ​ບອບ​ນະ​ໂຍ​ບາຍ, ຕິດ​ພ​ັນ​ກັບ​ວຽກ​ງານ​ໂຄ​ສະ​ນາ, ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ, ພິ​ເສດ​ແມ່ນ​ການ​ຄົ້ນ​ພົບ, ແກ້​ໄຂ​ກໍ​ລະ​ນີ​ສ​ໍ້​ລາດ​ບັງ​ຫລວງ, ສົມ​ທົບ​ກັບ​ບັນ​ດາ​ຂະ​ແຫນງ​ການ, ອົງ​ການ​ກ່ຽວ​ຂ​ອ້ງ​ເພື່ອ​ປະ​ຕິ​ບັດ​ແກ້​ໄຂບັນ​ດາ​ຄະ​ດີສໍ້​ລາດ​ບັງ​ຫລວງ.

 

ຂ່າວ/ບົດ​ອື່ນ