(vovworld) – ປີ 2016, ຈະແມ່ນປີທຳອິດຂອງແຜນການພັດທະນາເສດຖະກິດ, ສັງຄົມໄລຍະ 5 ປີ 2016 – 2020 ແລະ ກໍແມ່ນປີທຳອິດຂອງວິວັດການເຊື່ອມໂຍງ ເມື່ອບັນດາຄຳໝັ້ນສັນຍາເຊື່ອມໂຍງມີຜົນສັກສິດ. ລັດຖະບານຄາດຄະເນວ່າ, ລະດັບເຕີນໂຕດ້ານເສດຖະກິດປີ 2016 ບັນລຸ 6,7% ແລະ ລະດັບເພີ່ມ CPI ບັນລຸຕ່ຳກ່ວາ 5%. ພື້ນຖານເສດຖະກິດຫວຽດນາມ ໄດ້ຮັບການຕີລາຄາວ່າ ຈະສືບຕໍ່ບັນລຸການເຕີບໂຕສູງກວ່າ ແລະ ເສດຖະກິດມະຫາພາກໄດ້ຮັບການຮັກສາເປັນປົກກະຕິ. ທ່ານຮອງສາດສະດາຈານ, ດ.ຣ ໂຕຈູງແທ່ງ, ມະຫາວິທະຍາໄລເສດຖະກິດແຫ່ງຊາດຖືວ່າ.
“ຫວຽດນາມ ຈະສືບຕໍ່ຟື້ນຕົວເປັນຢ່າງດີໃນປີ 2016, ດ້ວຍການໜູນຊ່ວຍຈາກເສດຖະກິດໂລກທີ່ຟື້ນຕົວເປັນຢ່າງດີກວ່າເມື່ອທຽບໃສ່ປີ 2015. ເຂດ FDI ຍັງສືບຕໍ່ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເຕີບໂຕ ແລະ ພວກເຮົາຈະມີກາລະໂອກາດຕື່ມອີກຈາກການເຊື່ອມໂຍງເສດຖະກິດສາກົນ. ຕາມຂ້າພະເຈົ້າແລ້ວ, ປີ 2016 ການເຕີບໂຕຈະບັນລຸຈະຢູ່ໃນລະດັບ 6,7 – 6,8%, ໄພເງິນເຟີ້ອາດຢູ່ໃນລະດັບ 2 – 2,5%”.