ປົກປັກຮັກສາສິ່ງແວດລ້ອມແມ່ນການລົງທຶນໃຫ້ແກ່ການພັດທະນາແບບຍືນຍົງ

ປົກປັກຮັກສາສິ່ງແວດລ້ອມແມ່ນການລົງທຶນໃຫ້ແກ່ການພັດທະນາແບບຍືນຍົງ - ảnh 1
​ທ່ານ ​ເຈີ່ນ​ຮົ່ງຮ່າ ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ

(vovworld) – ​ ​ ປົກ​ປັກ​ຮັກສາ​ສິ່ງ​​ແວດລ້ອມ​ແມ່ນ​ການ​ລົງທຶນ​ໃຫ້​ແກ່ການ​ພັດທະນາ​ແບບ​ຍືນ​ຍົງ ນັ້ນ​ແມ່ນ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ທ່ານ ​ເຈີ່ນ​ຮົ່ງຮ່າ ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ສຳນັກ​ຂ່າວສານ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ. ທ່ານ​ລັດຖະມົນຕີ ​ເຈີ່ນ​ຮົ່ງຮ່າ ​ໃຫ້​ຮູ້​ວ່າ: ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຊີ້​ແຈ້ງ​ວ່າໃນ​ວິວັດ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ​ຄືນ​ໃໝ່, ບັນຫາ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຈະ​ໄດ້​ຮັບ​ການ​ພິຈາລະນາ​ຢ່າງ​ເຂັ້ມ​ງວດ, ມີ​ວິ​ໄສ​ທັດຍາວ​ນານ, ມີ​ລັກສະນະ​​ເຊື່ອມ​ຕໍ່​ເຂດ​ໃນ​ບັນດາ​ໂຄງການ​ພັດທະນາ​​ລະດັບ​ຊາດ ຫຼື ທ້ອງ​ຖິ່ນ. ​ເພາະສະ​ນັ້ນ ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ສືບ​ຕໍ່​ເພີ່ມ​ທະວີ​ວຽກ​ງານ​ຕິດຕາມ​ກວດກາ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ໃນ​ທົ່ວ​ປະ​ເທດ. ​ເພີ່ມ​ທະວີ​ການ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ​ເຈລະຈາ​ໂດຍ​ກົງ​ກັບ​ປະຊາຊົນ ​ແລະ ວິ​ສາ​ຫະກິດ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ແກ້​ໄຂ​ສິ່ງ​ຕິດ​ຂັດ, ຄົງ​ຄ້າງ​ໃນ​ວຽກ​ງານ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ

 

ຕອບກັບ

ຂ່າວ/ບົດ​ອື່ນ