ປົກ​ປ້ອງ​ເດັກ​ນ້ອຍ​ຕໍ່​ໜ້າ​ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ

(VOVWORLD) -ວັນທີ 1 ມິຖຸນາ ແມ່ນວັນເດັກນ້ອຍສາກົນ ແລະ ກໍ່ແມ່ນວັນທຳອິດຂອງເດືອນກະທຳເພື່ອເດັກ 2021 ຂອງ ຫວຽດນາມ. ຫົວເລື່ອງຂອງເດືອນກະທຳເພື່ອເດັກປີນີ້ແມ່ນ “ຮ່ວມແຮງຮ່ວມໃຈຮັບປະກັນການປະຕິບັດສິດທິເດັກ, ປົກປ້ອງເດັກນ້ອຍຕໍ່ໜ້າໄພທຳມະຊາດ, ໂລກລະບາດ”.
ປົກ​ປ້ອງ​ເດັກ​ນ້ອຍ​ຕໍ່​ໜ້າ​ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ - ảnh 1ພາບປະກອບ: nhandan.vn

ການເຄື່ອນໄຫວທີ່ມີຄວາມໝາຍທຳອິດໃນປີນີ້ ນັ້ນແມ່ນກອງທຶນອຸປະຖຳເດັກ ຫວຽດນາມ ແລະ ກະຊວງແຮງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຕັດສິນໃຈໜູນຊ່ວຍຄາບເຂົ້າໃຫ້ແກ່ເດັກນ້ອຍ ກ່ວາ 4 ພັນຄົນ ຊຶ່ງແມ່ນ F0 ແລະ F1 ທີ່ພວມປະຕິບັດການແຍກຕົວລວມໝູ່ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ທ່ານນາງ ຫງວຽນທິງາ, ຮອງຫົວໜ້າກົມເພື່ອເດັກ, ກະຊວງແຮງານ - ທະຫານເສຍຄົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ:

ໃນຊຸມວັນມໍ່ໆມານີ້, ພວກຂ້າພະເຈົ້າມີຄວາມເອົາໃຈໃສ່ເປັນພິເສດເຖິງການກວດກາຄືນເປົ້າໝາຍເດັກນ້ອຍ ທີ່ຖືກຕິດເຊື້ອໂຄວິດ - 19 ກໍ່ຄືເປົ້າໝາຍເຊິ່ງແມ່ນເດັກນ້ອຍທີ່ຕ້ອງໄປແຍກຕົວລວມໝູ່ ຍ້ອນແມ່ນ F1. ຂໍສະເໜີໃຫ້ບັນດາທ້ອງຖິ່ນຕ້ອງເປັນເຈົ້າການໃນການໜູນຊ່ວຍບັນດານ້ອງນ້ອຍ, ເອົາໃຈໃສ່ນັບທັງດ້ານໂພສະນາການ, ສະບຽງອາຫານກໍ່ຄືຄວາມຕ້ອງການຂອງພວກນ້ອງນ້ອຍ, ພິເສດແມ່ນບັນດາປັດໄຈຈິດຕະສາດ ຊຶ່ງກໍ່ຜົນກະທົບບໍ່ພຽງແຕ່ສຳລັບພໍ່ແມ່ຂອງບັນດານ້ອງນ້ອຍເທົ່ານັ້ນ ຫາກຍັງຂອງບັນດານ້ອງນ້ອຍອີກດ້ວຍ.

 ໂດຍຕອບສະໜອງເດືອນກະທຳເພື່ອເດັກປີ 2021, ມີກະຊວງ, ຂະແໜງການຈຳນວນໜຶ່ງໄດ້ອອກເອກະສານຊີ້ນຳການຜັນຂະຫຍາຍບັນດາການເຄື່ອນໄຫວໃນເດືອນກະທຳເພື່ອເດັກ, ໃນນັ້ນມີການຈັດຕັ້ງການເສັງ “ນັກຮຽນ ແລະ ຄວາມປອດໄພດ້ານຂໍ້ມູນຂ່າວສານ”. ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດລາຍການໄຂລະດູແລ້ງ, ເພື່ອຕອບສະໜອງເດືອນກະທຳເພື່ອເດັກນ້ອຍໃນປີ 2021 ແລະ ວັນເດັກນ້ອຍສາກົນວັນທີ 1 ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ