ປຸກລະດົມການ ມອດໄຟເພື່ອ ໜ່ວຍໂລກ ປີ2016


ປຸກລະດົມການ ມອດໄຟເພື່ອ ໜ່ວຍໂລກ ປີ2016 - ảnh 1
ພິທີປຸກລະດົມຊົ່ວ​ໂມງ​ມອດ​ໄຟ​ທົ່ວ​ໂລກ
(ພາບ: ຊົ່ວ​ໂມງ​ມອດ​ໄຟ​ທົ່ວ​ໂລກ)

(vovworld) - ດ້ວຍ​ຫົວ​ຂໍ້​ວ່າ “ການ​ກະທຳ​ນ້ອຍ, ຄວາມ​ໝາຍ​ໃຫຍ່“, ຊົ່ວ​ໂມງ​ມອດ​ໄຟ​ທົ່ວ​ໂລກ, ​ເຊິ່ງຈຸດ​ສູງ​ແມ່ນ​ການກະທຳ​ມອດ​ໄຟ ​ແລະ ບັນດາ​ອຸປະກອນ​ໄຟຟ້າ​ທີ່​ບໍ່​ຈຳ​ເປັນ​ໃນ 1 ຊົ່ວ​ໂມງ​ແຕ່ 20​ໂມງ30 - 21​ໂມງ30 ​ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ຢູ່​ໂລກ​ໃນ​ວັນ​ທີ 19/3. ນີ້​ແມ່ນ​ປີ​ທີ 8 ທີ່​ຫວຽດນາມ​ເຂົາ​ຮ່ວມ​ການ​ເຄື່ອນ​ໄຫວ​ນີ້​ແລ້ວ.

ຕອນ​ເຊົ້າ​ວັນ​ທີ 5/3, ທີ່​ພິທີ​ປະກາດ ​ແລະ ປຸກລະດົມ​ການ​ມອດໄຟ ​ເພື່ອ​ໜ່ວຍ​ໂລກປີ 2016 ຢ່າງ​ເປັນ​ທາງ​ການ ຢູ່​ມະຫາວິທະຍາ​ໄລ​ຊັບ​ພະ​ວິຊາ ຮ່າ​ໂນ້ຍ, ທ່ານ ຈິ້ງ​ກວົກຫວູ, ຫົວໜ້າ​ກົມ ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ ​ແລະ ປະຢັດ​ພະລັງງານ, ກະຊວງ​ອຸດສາຫະກຳ​ການ​ຄ້າ​ໄດ້ກ່າວ​ວ່າ:

“ຜ່ານ​ຫົວ​ຂໍ້​ນີ້, ພວກ​ຂ້າພະ​ເຈົ້າ​ຢາກ​ສົ່ງ​ສານ​ເຖິງ​ທຸກ​ຄົນ​ທີ່​ວ່າ, ພວກ​ເຮົາ​ແຕ່ລະຄົນ​ຈົ່ງ​ພ້ອມ​ກັນ​ກະທຳ​ເພື່ອ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ຈາກ​ການ​ກະທຳ​ນ້ອຍໆ​ຄື​ແນວ​ນີ້, ຖ້າ​ຫາກ​ພວກ​ເຮົາ​ແຕ່ລະຄົນ​ພ້ອມ​ກັນ​ປະຕິບັດ, ມັນ​ຈະ​ສ້າງ​ຜົນ​ສະທ້ອນ​ທີ່​ດີ​ເຖິງ​ທົ່ວ​ສັງຄົມ, ຊ່ວຍ​ໃຫ້​ປະ​ເທດ​ພວກ​ເຮົາ​ນັບ​ມື້​ນັບ​ພັດທະນາ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ“.

ຕອນ​ເຊົ້າ​ວັນ​ທີ 5/3, ຢູ່​ນະຄອນ ​ໂຮ່ຈີ​ມິນ ກໍ່​ຈັດພິທີປຸກລະດົມ​ການ​ມອດ​ໄຟເພື່ອ​ໜ່ວຍ​ໂລກປີ 2016, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ອາສາ​ສະໝັກ, ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ນະຄອນ​ນັບ​ພັນ​ຄົນ.

 

 

ຂ່າວ/ບົດ​ອື່ນ