ປຸກລະດົມການເສັງພາບຖ່າຍມໍລະດົກ ຫວຽດນາມ 2018

(VOVWORLD) - ວັນທີ 01 ສິງຫາ, ທີ່ນະຄອນ ໂຮ່ຈີມິນ, ວາລະສານ Vietnam Heritage ຈັດຕັ້ງການປຸກລະດົມການເສັງພາບຖ່າຍມໍລະດົກ ຫວຽດນາມ ຄັ້ງທີ 7 ປີ 2018,
ປຸກລະດົມການເສັງພາບຖ່າຍມໍລະດົກ ຫວຽດນາມ 2018 - ảnh 1ຄະນະຈັດຕັ້ງແນະນຳກ່ຽວກັບການເສັງພາບຖ່າຍ (ພາບ: qdnd)

ແນໃສ່ຊອກຫາ ແລະ ເຊີດຊູບັນດາບົດປະພັນ, ເລື່ອງລາວດ້ວຍພາບຖ່າຍກ່ຽວບມໍລະດົກ, ທຳມະຊາດ, ປະຫວັດສາດ, ວັດທະນະທຳ, ຊາວ ຫວຽດນາມ. ຫົວຂໍ້ການເສັງລວມມີ: ທຳມະຊາດ, ວັດທະນະທຳທີ່ເປັນວັດຖຸ, ຊີວິດການເປັນຢູ່. ພິເສດ ໃນການເສັງປີນີ້ ມີຫົວຂໍ້ "ເສື້ອຍາວ ຫວຽດນາມ" ແລະ “ພາບຖ່າຍທ່ອງທ່ຽວກັບ Vietjet” ຕື່ມອີກ.

ຊາວ ຫວຽດນາມ ແລະ ຊາວຕ່າງປະເທດທຸກຄົນລ້ວນແຕ່ສາມາດຈົດທະບຽບເຂົ້າຮ່ວມການເສັງໄດ້. ນັກຖ່າຍຮູບສາມາດເຂົ້າຮ່ວມການເສັງດ້ວຍພາບຖ່າຍ 1 ແຜ່ນ ແລະ ພາບຖ່າຍເປັນປະມວນ. ບັນດາພາບຖ່າຍເຫວົ່ານັ້ນ ແມ່ນປະຕິບັດໃນຮອບເວລາ 2 ປີມານີ້ ໄລ່ຮອດເດືອນ ກັນຍາ 2018. ພິທີປະກາດ ແລະ ມອບລາງວັນຈະໄດ້ຈັດຕັ້ງໃນເດືອນ ພະຈິກ ປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ