ປຸກລະດົມການແຂ່ງຂັນຈຸດສຸມເພື່ອຂ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອສະຫະພັນຊາວໜຸ່ມຫວຽດນາມ

(VOVWORLD) -ສູນກາງສະຫະພັນຊາວໜຸ່ມຫວຽດນາມ ພ້ອມກັບອົງການຈັດຕັ້ງສະມາຄົມທຸກຂັ້ນສຸມໃສ່ໂຄສະນາ, ສຶກສາມູນເຊື້ອແຫ່ງ 65 ປີຂອງສະຫະພັນຊາວໜຸ່ມຫວຽດນາມ
ປຸກລະດົມການແຂ່ງຂັນຈຸດສຸມເພື່ອຂ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອສະຫະພັນຊາວໜຸ່ມຫວຽດນາມ - ảnh 1(ພາບປະກອບ: tuoitre.vn)

ຕອນເຊົ້າວັນທີ 12 ສິງຫາ, ສູນກາງສະຫະພັນຊາວໜຸ່ມຫວຽດນາມ ໄດ້ປຸກລະດົມ 65 ວັນແຫ່ງການແຂ່ງຂັນຈຸດສຸມເພື່ອຂ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອສະຫະພັນຊາວໜຸ່ມຫວຽດນາມ (15 ຕຸລາ 1956 ຊ 15/10/2021).

        ຕາມນັ້ນແລ້ວ, ສູນກາງສະຫະພັນຊາວໜຸ່ມຫວຽດນາມ ພ້ອມກັບອົງການຈັດຕັ້ງສະມາຄົມທຸກຂັ້ນສຸມໃສ່ໂຄສະນາ, ສຶກສາມູນເຊື້ອແຫ່ງ 65 ປີຂອງສະຫະພັນຊາວໜຸ່ມຫວຽດນາມ ຄື: ຈັດຕັ້ງການເຄື່ອນໄຫວ “ຂ້າພະເຈົ້າຮັກປະເທດຊາດ”; ການເສັງທາງອອນລາຍຊອກຮູ້ກ່ຽວກັບ 65 ປີແຫ່ງວັນມູນເຊື້ອສະຫະພັນຊາວໜຸ່ມຫວຽດນາມ, ພິເສດແມ່ນບັນດາການເຄື່ອນໄຫວເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດ, ໜູນຊ່ວຍສະມາຊິກ, ຊາວໜຸ່ມ ແລະ ປະຊາຊົນຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19.

        ເນື່ອງໃນໂອກາດນີ້, ສູນກາງສະຫະພັນຊາວໜຸ່ມຫວຽດນາມ ໄດ້ສົມທົບກັບບັນດາຫົວໜ່ວຍຮ່ວມເດີນທາງ ຈັດຕັ້ງການເປີດສະຫຼອງເຮືອນວັດທະນະທຳປະຊາຄົມ ທີ່ສະຫງວນໃຫ້ແກ່ພໍ່ແມ່ປະຊາຊົນຊາວເຜົ່າ ລື້ ຢູ່ແຂວງ ລາຍເຈົ້າ; ປຸກລະດົມການກໍ່ສ້າງ 3 ກິດຈະກຳຊາວໜຸ່ມ “ເຮືອນແຫ່ງຄວາມຜາສຸກ” ໃຫ້ແກ່ນັກຮຽນຊົນເຜົ່າສ່ວນໜ້ອຍທີ່ປະສົບປະກັບຄວາມຫຍຸ້ງຍາກ… ພ້ອມກັບການເຄື່ອນໄຫວຕ່າງໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ