ປຸກລະດົມການແຂ່ງຂັນຊີງລາງວັນສື່ມວນຊົນ “75 ປີແຫ່ງວັນປ່ອນບັດເລືອກຕັ້ງສະພາແຫ່ງຊາດຫວຽດນາມ”

(VOVWORLD) -ຄາດວ່າ, ພິທີມອບລາງວັນຈະໄດ້ຈັດຂຶ້ນໃນວັນທີ 04 ມັງກອນ 2021, ຢູ່ຮ່າໂນ້ຍ.

ປຸກລະດົມການແຂ່ງຂັນຊີງລາງວັນສື່ມວນຊົນ “75 ປີແຫ່ງວັນປ່ອນບັດເລືອກຕັ້ງສະພາແຫ່ງຊາດຫວຽດນາມ” - ảnh 1 ພິທີປຸກລະດົມການແຂ່ງຂັນຊີງລາງວັນສື່ມວນຊົນ

(ພາບ: nhandan.com.vn)

ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນເລືອກຕັ້ງທົ່ວປະເທດຂອງສະພາແຫ່ງຊາດຫວຽດນາມ ຄັ້ງທຳອິດ (06 ມັງກອນ 1946 – 06 ມັງກອນ 2021), ຕອນບ່າຍວັນທີ 21 ສິງຫາ, ຫ້ອງວ່າການສະພາແຫ່ງຊາດ ໄດ້ສົມທົບກັບສະມາຄົມນັກຂ່າວຫວຽດນາມ ຈັດພິທີປຸກລະດົມການແຂ່ງຂັນຊີງລາງວັນສື່ມວນຊົນ “75 ປີແຫ່ງວັນປ່ອນບັດເລືອກຕັ້ງສະພາແຫ່ງຊາດຫວຽດນາມ”.

        ທ່ານ ຫງວຽນແຮ້ງຟູກ, ເລຂາທິການ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ, ຫົວໜ້າຄະນະຊີ້ນຳ, ໃຫ້ຮູ້ວ່າ ການຈັດຕັ້ງການແຂ່ງຂັນຊີງລາງວັນສື່ມວນຊົນ “75 ປີແຫ່ງວັນປ່ອນບັດເລືອກຕັ້ງສະພາແຫ່ງຊາດຫວຽດນາມ” ແມ່ນເພື່ອແນໃສ່ຍົກສູງຄຸນນະພາບ ແລະ ຈຳນວນຜະລິດຕະພັນສື່ມວນຊົນກ່ຽວກັບຫົວເລື່ອງສະພາແຫ່ງຊາດ. ພ້ອມທັງແມ່ນຂົວເຊື່ອມຕໍ່ລະຫວ່າງສະພາແຫ່ງຊາດກັບຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ, ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນກ່ຽວກັບສະພາແຫ່ງຊາດ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ.

        ຄາດວ່າ, ພິທີມອບລາງວັນຈະໄດ້ຈັດຂຶ້ນໃນວັນທີ 04 ມັງກອນ 2021, ຢູ່ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ