ປຸກລະດົມໂຄງການ “ເດືອນຕຸລາ - ເດືອນໃຊ້ສອຍດີຈີຕອນ” ຕອບສະໜອງວັນຫັນເປັນດີຈີຕອນແຫ່ງຊາດ

(VOVWORLD) - ກະຊວງຖະແຫຼງຂ່າວ ແລະ ສື່ສານໄດ້ປຸກລະດົມລາຍການ “ເດືອນ ຕຸລາ - ເດືອນໃຊ້ສອຍດີຈີຕອນ”. ນີ້ແມ່ນໜຶ່ງໃນບັນດາຂໍ້ລິເລີ່ມເພື່ອແນໃສ່ມຸ່ງໄປເຖິງຄາດໝາຍຊ່ວຍໃຫ້ປະຊາຊົນໄດ້ຮັບບັນດາຜົນປະໂຫຍດຂອງການຫັນເປັນດີຈີຕອນ
ປຸກລະດົມໂຄງການ “ເດືອນຕຸລາ - ເດືອນໃຊ້ສອຍດີຈີຕອນ” ຕອບສະໜອງວັນຫັນເປັນດີຈີຕອນແຫ່ງຊາດ - ảnh 1ກະຊວງຖະແຫຼງຂ່າວ ແລະ ສື່ສານໄດ້ປຸກລະດົມລາຍການ “ເດືອນ ຕຸລາ - ເດືອນໃຊ້ສອຍດີຈີຕອນ” (ພາບ: Đỗ Thoa)

ເພື່ອຕອບສະໜອງ “ວັນຫັນເປັນດີຈີຕອນແຫ່ງຊາດ” (10/10), ຕອນບ່າຍວັນທີ 29 ກັນຍາ, ກະຊວງຖະແຫຼງຂ່າວ ແລະ ສື່ສານໄດ້ປຸກລະດົມລາຍການ “ເດືອນ ຕຸລາ - ເດືອນໃຊ້ສອຍດີຈີຕອນ”. ນີ້ແມ່ນໜຶ່ງໃນບັນດາຂໍ້ລິເລີ່ມເພື່ອແນໃສ່ມຸ່ງໄປເຖິງຄາດໝາຍຊ່ວຍໃຫ້ປະຊາຊົນໄດ້ຮັບບັນດາຜົນປະໂຫຍດຂອງການຫັນເປັນດີຈີຕອນ; ພ້ອມທັງຊ່ວຍໃຫ້ວິສາຫະກິດດີຈີຕອນໄດ້ສຳຜັດກັບລູກຄ້າທີ່ມີຄວາມສາມາດບົ່ມຊ້ອນເປັນຈຳນວນຫຼາຍ. ຜ່ານລາຍການນີ້, ບັນດາມາດຕະການຫັນເປັນດີຈີຕອນ, ການບໍລິການເຕັກໂນໂລຊີດີຈີຕອນ ອາດຈະສຳຜັດກັບຜູ້ນຳໃຊ້ຫຼາຍກ່ວາອີກ, ຊຸກຍູ້ການເຂົ້າຮ່ວມຂອງທົ່ວປວງຊົນໃນການຮັບປະກັນຜົນສຳເລັດຂອງລາຍການຫັນເປັນດີຈີຕອນ. ທີ່ພິທີປຸກລະດົມ, ທ່ານ ຫງວຽນຮຸຍຢູ້ງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ, ໃຫ້ຮູ້ວ່າ:

        “5 ໝວດທັກສະດີຈີຕອນພື້ນຖານສຳລັບປະຊາຊົນທີ່ກະຊວງຖະແຫຼງຂ່າວ ແລະ ສື່ສານ ຢາກຊຸກຍູ້ນັ້ນແມ່ນ: ທັກສະນຳໃຊ້ການບໍລິການສາທາລະນະອອນລາຍ. ທີສອງແມ່ນທັກສະຊື້ຂາຍໃນອອນລາຍ. ທີສາມແມ່ນທັກສະຊຳລະອອນລາຍ. ທີສີ່ແມ່ນ ທັກສະເຮັດແນວໃດເພື່ອປົກປ້ອງຕົນເອງຕໍ່ບັນດາຄວາມສ່ຽງໃນການນຳໃຊ້ອິນເຕີເນັດ. ແລະ ທີຫ້າແມ່ນ, ໄລ່ສະເລ່ຍໃນປະຈຸບັນ, ພວກເຮົາໄດ້ເຂົ້າອິນເຕີເນັດມື້ໜຶ່ງປະມານແຕ່ 5 6 ຊົ່ວໂມງ, ແຕ່ພວກເຮົາໄດ້ນຳໃຊ້ເວລານັ້ນເພື່ອອ່ານຂ່າວ, ບົດບັນເທິງຫຼາຍກ່ວາ.”

        ກະຊວງຖະແຫຼງຂ່າວ ແລະ ສື່ສານກໍ່ຢັ້ງຢືນວ່າ: ເປັນຄັ້ງທຳອິດທີ່ໄດ້ຈັດການຕອບສະໜອງວັນຫັນເປັນດີຈີຕອນແຫ່ງຊາດ (ວັນທີ 10 ຕຸລາ) ເຊິ່ງຈະສ້າງກຳລັງໜູນຊ່ວຍໃຫ້ປະຊາຊົນໄດ້ຊົມໃຊ້ບັນດາຜົນປະໂຫຍດຂອງການຫັນເປັນດີຈີຕອນ, ຊຸກຍູ້ວິວັດການຫັນເປັນດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ