ປຸກ​ລະ​ດົມ​ໂຄງ​ການມອບ​ປື້ມ​ປະ​ກັນ​​ສັງ​ຄົມ, ບັດ​ປະ​ກັນ​ສຸ​ຂະ​ພາບ​ໃຫ້​ແກ່​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

(VOVWORLD) -ທີ່ພິທີດັ່ງກ່າວ, ອົງການປັດກັນສັງຄົມ ຫວຽດນາມ ແລະ ປະກັນສັງຄົມບັນດາແຂວງ, ນະຄອນ ໄດ້ມອບປຶ້ມປະກັນສັງຄົມ ແລະ ບັດປະກັນສຸຂະພາບ ເກືອບ 2000 ບັດລວມມູນຄ່າເກືອບ 4 ຕື້ດົ່ງ ໃຫ້ແກ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ.
ປຸກ​ລະ​ດົມ​ໂຄງ​ການມອບ​ປື້ມ​ປະ​ກັນ​​ສັງ​ຄົມ, ບັດ​ປະ​ກັນ​ສຸ​ຂະ​ພາບ​ໃຫ້​ແກ່​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ - ảnh 1ພິທີປຸກລະດົມໂຄງການມອບປື້ມປະກັນສັງຄົມ, ບັດປະກັນສຸຂະພາບໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ” (ພາບ: dangcongsan.vn)

ຕອນເຊົ້າວັນທີ 23 ພະຈິກ, ພິທີປຸກລະດົມ “ໂຄງການມອບປື້ມປະກັນສັງຄົມ, ບັດປະກັນສຸຂະພາບໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ” ໂດຍອົງການປະກັນສັງຄົມ ຫວຽດນາມ ຈັດຂຶ້ນແບບເຊິ່ງໜ້າຢູ່ຮ່າໂນ້ຍ, ສົມທົບກັບແບບທາງໄກໂດຍມີການເຊື່ອມຕໍ່ກັບ 63 ແຂວງ, ນະຄອນ ເຊິ່ງມີການເຂົ້າຮ່ວມຂອງປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກກ່ວາ 1.800 ຄົນ. ນີ້ແມ່ນການເຄື່ອນໄຫວທີ່ໄດ້ຈັດຂຶ້ນທຸກໆປີ, ເລີ່ມປະຕິບັດ “ໂຄງການມອບປື້ມປະກັນສັງຄົມ, ບັດປະກັນສຸຂະພາບໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ ປີ 2022 ແລະ ນຳເອົາບຸນເຕັດທີ່ອົບອຸນມາໃຫ້ຜູ້ທຸກຍາກ - ລະດູບານໃໝ່ປີແມວ”. ກ່າວຄຳເຫັນທີພິທີ, ທ່ານ ຫງວຽນເທແມ້ງ, ຫົວໜ້າອົງການປະກັດສັງຄົມ ຫວຽດນາມ, ເນັ້ນໜັກວ່າ:

ພວກຂ້າພະເຈົ້າມີຄວາມປະຕິຊົມຊື່ນທີ່ສຸດ ເມື່ອເຫັນວ່າ ໃນໄລຍະຜ່ານມາ, ປື້ມປະກັນສັງຄົມ, ບັດປະກັນສຸຂະພາບ ມີຫຼາຍອົງການຈັດຕັ້ງ, ວິສາຫະກິດ, ຜູ້ໃຈບູນໃຈກຸສົນ ໄດ້ເລືອກເອົາ ເປັນຂອງຂວັນທີ່ແທດຈິງ ແລະ ມີຄວາມໝາຍເພື່ອມອບໃຫ້ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ໃນລາຍການເຄື່ອນໄຫວກຸສົນຂອງອົງການຈັດຕັ້ງຕ່າງໆ. ດ້ວຍຄວາມໝາຍມະນຸດສະທຳ, ປື້ມປະກັນສັງຄົມ, ບັດປະກັນສຸຂະພາບ ເມື່ອໄດ້ມອບໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກແລ້ວ ບໍ່ພຽງແຕ່ແມ່ນການແບ່ງປັນທາງດ້ານວັດຖຸເທົ່ານັ້ນ ຫາກຍັງແມ່ນການລະດົມກຳລັງໃຈຢ່າງໃຫຍ່ຫຼວງອີກດ້ວຍ.

ທີ່ພິທີດັ່ງກ່າວ, ອົງການປັດກັນສັງຄົມ ຫວຽດນາມ ແລະ ປະກັນສັງຄົມບັນດາແຂວງ, ນະຄອນ ໄດ້ມອບປຶ້ມປະກັນສັງຄົມ ແລະ ບັດປະກັນສຸຂະພາບ ເກືອບ 2000 ບັດລວມມູນຄ່າເກືອບ 4 ຕື້ດົ່ງ ໃຫ້ແກ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ