ປຶກສາຫາລື ຮ່າງກົດ ໝາຍວ່າດ້ວຍການສຶກສາ ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ

ປຶກສາຫາລື ຮ່າງກົດ ໝາຍວ່າດ້ວຍການສຶກສາ ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ - ảnh 1
ທ່ານ ລັດຖະມົນຕີ Phung Quang Thanh ສະເໜີແຜນການກົດໝາຍທີ່ວາລະປະຊຸມ
(ພາບ: Phương Hoa/TTXVN)

(vovworld) - ​ໂດ​ຍສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 10, ຕອນ​ເຊົ້າ​ວັນ​ທີ 20/8, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ​້​ເຫັນ​ດີ​ເຫັນ​ພ້ອມ ກັບ​ຄວາມ​ຈຳ​ເປັນ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ​ວຽກ​ງານປ​້ອງກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ຮ່າງ​ກົດໝາຍ​ດັ່ງກ່າວ​ຄວນ​ກຳນົດ​​ເປັນ​ເອກະ​ພາບ​ກັນ​ລະດັບມາດຕະຖານ​ສຳລັບ​ຄູ່​ອາຈານ​ໃຫ້​ແກ່​ແຕ່​ລະ​ຊັ້ນ​ຮຽນ, ຂັ້ນ​ຮຽນ​ໃນ​ລະບົບ​ໂຮງຮຽນ, ລະບົບ​ບັນດາ​ສູນ​ສຶກສາວຽກ​ງານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ທີ່​ຂຶ້ນ​ກັບ ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ, ​ແຕ່​ຕ້ອງ​ມີ​ວິວັດ​ການ​ເໝາະ​ສົມ. ກ່ຽວ​ຂ້ອງ​ເຖິງ​ບັນຫາ​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ ​ແມ່ນ​ຄວນ​ມີ​ກຳນົດ​ການບຳລຸງ​ຄວາມ​ຮູ້ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ແກ່​ເປົ້າ​ໝາຍ​ໃນ​ບັນດາ​ວິ​ສາ​ຫະກິດ​ນອກ​ລັດ, ຫົວໜ່ວຍພາລະກິດ​ນ​ອກລັດ ຫຼື ບໍ່​ , ທ່ານ Dao Trong Thi, ຫົວໜ້າ​ກຳມາ​ທິການ​ວັດທະນະທຳ, ສຶກສາຊາວ​ໜຸ່ມ, ​ເຍົາວະ​ຊົນສະພາ​ແຫ່ງ​ຊາ​ດຫວຽດນາມ​ ເວົ້າ​ວ່າ:

“​ເລື່ອງ​ຝຶກ​ອົບຮົ​ມ​, ​ເຜີຍ​ແຜ່ ​ແມ່ນ​ຈຳ​ເປັນ ​ແລະ ພວກ​ເຮົາ​ພວມ​ມຸ້ງ​ໄປ​ເຖິງ​ການ​ປະຕິບັດ​ການ​ຝຶກ​​ອົບ​ຮົມໃຫ້​ແກ່​ບັນດາ​ເປົ້າ​ໝາຍ​​ໃນ​​ພາກ​ລັດ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ກໍ​ອີງ​ຕາມ​ສະພາບ​ການ​ລະອຽດ​ຄື​ປະຈຸ​ບັນ, ພວ​ກ​ເຮົາ​ປະຕິບັດ​ຕາມ​ທິດ​​ເທື່ອ​ລະ​ກ້າວ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ນັ້ນ. ອາດ​ຈະເລືອກ​ເຟັ້ນບັນດາ​ເປົ້າ​ໝາຍ​ລະອຽດ ​ເພື່ອ​ປະຕິບັດ​ການ​ຝຶກ​ອົບຮົມ, ​ສ່ວນບັນດາ​ເປົ້າ​ໝາຍ​ຍັງ​ເຫຼືອ​​ແມ່ນປະຕິບັດ​​ໂດຍ​ທົ່ວ​ໄປ”

ບັນດາ​ຜູ້​ມີ​ຍົດ​ຖາບ​ັນດາ​ສັກ, ບັນດາ​ນັກບວດສາສະໜາ​ຕ່າງໆ​ກໍ​ຄື ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ ​ເຊິ່ງ​ແມ່ນ​ບຸກຄົນ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ ​ແລະ ມີ​ຜົນ​ສະທ້ອນ​ທີ່​ມີ​ຕໍ​ວົງ​ຄະນະ​ຍາດ. ດັ່ງ​ນັ້ນ ມີ​ຫຼາຍ​ຄຳ​ເຫັນ​ສະ​ເໜີ​ໃຫ້​ຮ່າງ​ກົດໝາຍ ຄວນ​ກຳນົດ​ຕາມ​ທິດ​ປະຕິບັດ​ການ​ຝຶກອົບຮົມ​ຄວາມ​ຮູ້ດ້ານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ຕໍ່​ບັນດາ​ຜູ້​ມີ​ອິດ​ທິພົນ​ຊື່​ສຽງ ​ແລະ ມີ​ຜົນ​ສະທ້ອນ​ໃນ​ວົງ​ຄະນະ​ຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ