ປຶກສາຫາລືການສ້າງຕັ້ງ ໂທລະສັບສາຍລັບ ລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ - ຈີນ

ປຶກສາຫາລືການສ້າງຕັ້ງ ໂທລະສັບສາຍລັບ ລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ - ຈີນ - ảnh 1
ພົນ​ຕີ ຫວໍ​ວັນ​ຕວນ ຮອງຫົວໜ້າ​​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ
ຕ້ອນຮັບ​ທ່ານ ມຽວຮົງ​ປົວ ຫົວໜ້າ​ກົມ​ໂທລະ​ເລກ ຈູງ​ນາມ​ຫາຍ, ຈີນ
(ພາບ: TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 25/02, ຢູ່​ຮ່າ​ໂນ້ຍ, ພົນ​ຕີ ຫວໍ​ວັນ​ຕວນ, ຮອງຫົວໜ້າ​​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ມຽວຮົງ​ປົວ ຫົວໜ້າ​ກົມ​ໂທລະ​ເລກ ຈູງ​ນາມ​ຫາຍ, ຈີນ, ​ເນື່ອງ​ໃນ​​ໂອກາດ​ຄະນະ​ມາ​ຢ້ຽມຢາ​ມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ນີ້​ແມ່ນ​ການ​ຢ້ຽມຢາມ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ໂທ​ລະ​ສັບ​​ສາຍ​ລັບ​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ - ຈີນ. ທີ່​ການ​ຕ້ອນຮັບ, ພົນ​ຕີ ຫວໍ​ວັນ​ຕວນ ຢືນຢັນ​ວ່າ ​ເລື່ອງ​ສ້າງ​ຕັ້ງ​ໂທ​ລະ​ສັບ​​ສາຍ​ລັບນີ້ ຈະ​ຊ່ວຍ​ໃຫ້​ກອງທັບ 2 ປະ​ເທດ​ແບ່ງປັນ​ບັນດາ​ຂໍ້​ມູນ​ເຊິ່ງທັງ 2 ຝ່າຍ​ມີ​ຄວາມ​ສົນ​ໃຈ​ຢ່າງ​ທັນ​ການ, ປະກອບສ່ວນ​ປັນ​ປຸງ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະ​ຫວ່າງ​ປະຊາຊົນ ​ແລະ ກອງທັບ 2 ປະ​ເທດ.  ທ່ານ ມຽວຮົງ​ປົວ ​ໃຫ້​ຮູ້​ວ່າ ຈະ​ຍູ້​​ໄວ້​ການ​ຮ່ວມ​ມື​ກັບ​ເຫົຼ່າທັບຕິດ​ຕໍ່​ສື່ສານຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ເພື່ອ​​ຜະລິດນຳ​ໃຊ້​ທົດ​ລອງ​ບັນດາອຸປະກອນ, ພ້ອມ​ທັງ​ຍົກ​ອອກ​ບັນດາ​ມາດ​ຕະການ​ແກ້​ໄຂ​ເຫດການ​ທີ່​ເກີດ​ຂຶ້ນ. 2 ຝ່າຍ​ສູ້​ຊົນ​ໃນ​ປີ 2014 ຈະ​ນຳ​​ໃຊ້​ໂທ​ລະ​ສັບ​​ສາຍ​ລັບລະຫວ່າງ 2 ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ